ເປີດ​ເຜີຍດັດ​ຊະ​ນີ​ການ​ເດີນ​ເຮືອ​ແລະ​ການ​ຄ້າ "ໜຶ່​ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-07-12 16:12:56  cri 
    ຕະຫຼາດ​ຄ້າ​ຂາຍ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຊຽງ​ໄຮ​ຈີນ ໄດ້​ເປີດ​ເຜີຍ​ຕົວ​ເລກ​ດັດ​ຊະ​ນີ​ການ​ເດີນ​ເຮືອ​ແລະ​ການ​ຄ້າ "ໜຶ່​ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຊຽງ​ໄຮ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້.

    ເພື່ອສະ​ແດງ​ໃຫ້​ເຫັນ​ໝາກ​ຜົນ​ຂອງ​ການກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ຮອບ​ດ້ານ​ແລະ​ທັນ​ການ ໂດຍ​ສະ​ເພາະ​ຜົນ​ແຫ່ງການ​ພັດ​ທະ​ນາ​​ການ​ຄ້າ​ແລະ​ການ​ຂົນ​ສົ່ງ, ຕະຫຼາດ​ຄ້າ​ຂາຍ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຊຽງ​ໄຮ​ ໄດ້​ຄົ້ນ​ຄວ້າ​ແລະ​ທົດ​ລອງ​ເປີດ​ເຜີຍ​​ດັດ​ຊະ​ນີ​ດັ່ງ​ກ່າວ​ຕໍ່​ພາຍນອກ​ໃນ​ປີ 2015 ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຈີນ​ແລະ​ຫ້ອງ​ການໜ່ວຍ​ງານ​ຊຸກ​ຍູ້ "ໜຶ່ງ​ແລວ​ທາງ​ໜຶ່​ງ​ເສັ້ນ​ທາງ" ຊຽງ​ໄຮ.

    ເຈົ້າ​ໜ້າ​ທີ່ຕະຫຼາດ​ຄ້າ​ຂາຍ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ຊຽງ​ໄຮ ກ່າວ​ວ່າ, ດັດ​ຊະ​ນີ​ການ​ເດີນ​ເຮືອ​ແລະ​ການ​ຄ້າ "ໜຶ່​ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ບໍ່​ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ສະ​ພາບ​ການ​ພັດ​ທະ​ນາ​ການ​ຄ້າ​ເທົ່າ​ນັ້ນ, ແຕ່​ຍັງ​​ສ່ອງ​ແສງໃຫ້​ເຫັນ​ເຖິງ​ການ​ປ່ຽ​ນ​ແປງ​ແລະ​ການ​ພົວ​ພັນ​ລະ​ຫວ່າງ​ມູນ​ຄ່າ​ການ​ຄ້າ, ປະ​ລິ​ມານ​ການ​ຂົ່ນ​ສົ່ງ ແລະ​ລາ​ຄາ​ຂົນ​ສົ່ງ​ໂດຍ​ກົງ; ​ຂະ​ນະ​ດຽວ​ກັນ ນອກ​ຈາກບໍ່​ພຽງ​ແຕ່​ສາ​ມາດ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ນະ​ຄອນ​ຊຽງ​ໄຮ​ທີ່​ເປັນ​ໃຈ​ກາງ​ຂອງ​ການ​ຂົນ​ສົ່ງ​ທາງ​ທະ​ເລ​ແລະ​ການກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເທົ່າ​ນັ້ນ, ​ຫາກ​ຍັງ​ສາ​ມາດ​ສ່ອງ​ແສງ​​ໃຫ້​ເຫັນເຖິງ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຢ່າງ​ຮອບ​ດ້ານ​ໃນລະ​ດັບ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ