ທະຫານ​ຕວກກີ 7.000 ກວ່າ​ຄົນ​ຖືກ​ຖອນຍົດ​ແລະ​ຕຳ​ແໜ່​ງທະຫານ
2017-07-13 16:07:59  cri 

ສື່​ມວນ​ຊົນ​ຕວກກີລາ​ຍງານ​ໃນ​ວັນ​ທີ 12 ກໍລະກົດ​ນີ້​ວ່າ: ນັບ​ແຕ່​ເກີດ​ການ​ລັດຖະປະຫານ​ແຕ່​ປະສົບ​ຄວາມຫຼົ້ມ​ເຫຼວ​ເມື່ອ​ປີ​ 2016 ​ເປັນຕົ້ນມາ, ປະ​ເທດ​ຕົນ​​ມີ​ທະຫານ 7.600 ກວ່າ​ຄົນ​ຖືກ​ຖອນ​ຍົດ​ແລະ​ຕຳ​ແໜ່​ງ​ເນື່ອງ​ຈາກ​ຖືກ​ສົງ​ໄສ​ເຂົ້າຮ່ວມ​ "ຂະ​ບວນການ​ກູ​ເລນ".

ທັງ​ນີ້, ຂ່າວສານ​ອານາ​ໂດ​ລູ ປະ​ເທດ​ຕວກກີ ​ໄດ້​ອ້າງ​ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ໂດຍລາ​ຍງານ​ວ່າ: ມີ​ທະຫານ 7.655 ຄົນ​ຖືກຖອນ​ຍົດ​ແລະ​ຕຳ​ແໜ່​ງ ​ໃນ​ນີ້​ລະດັບນາຍ​ພົນ 150 ຄົນ, ຂະນະ​ທີ່ທະຫານອີກ 786 ຄົນ​ຖືກ​​ໂຈະການ​ປະຕິບັດ​ໜ້າ​ທີ່ຊົ່ວຄາວ.

ຂ່າວ​ລາຍ​ງານຕື່ມ​ວ່າ: ຜົນ​ຂອງການ​ປາບ​ປາມ​ໃນ​ທົ່ວ​ປະ​ເທດ​ຕວກກີ ມາ​ຮອດ​ປັດຈຸບັນ​ເຮັດ​ໃຫ້ 1 ​ແສນ 1 ໝື່ນ​ຄົນ​ຖືກ​ໄລ່​ອອກ​ຈາກ​ງານ ​ເຊິ່ງ​ໃນຈຳນວນ​ນີ້​ສ່ວນຫຼາຍມາ​ຈາກ​ທະຫານ, ຕຳ​ຫຼວດ, ຕຸລາການ, ຂ່າວ​ລັບ, ອົງການ​ລັດ ​ແລະ​ ​ໂຮງຮຽນ. ຂະນະ​ທີ່​ປັດຈຸບັນ ກໍ​ຍັງສືບຕໍ່ຂະ​ບວນການກວດກາ​ແລະ​ປາບ​ປາມຜູ້ທີ່ພົວພັນກັບ​​ເຫດການ​ລັດຖະປະຫານ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ