ຈີນ​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ວັດຖຸ​ດິບຜະລິດຢາ​​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ໂລກ
2017-07-13 16:13:31  cri 

ທ່ານ​ອູ​ເຈີ່ນ ຮອງ​ຫົວໜ້າ​ກົມ​ຕິດຕາມ​ຄຸ້ມ​ຄອງ​ອາຫານ​ແລະ​ຢາ​ແຫ່ງ​ຊາດ​ຈີນ ​ໄດ້​ຢືນຢັນ​ໃນ​ພິທີ​ເປີດ​ການ​ສຳ​ມະ​ນາ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບຢາຂອງ​ປະ​ເທດ​ພວມ​ພັດທະນາ​ປີ 2017 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ກໍລະກົດ​ນີ້​ວ່າ: ຫຼັງ​ພັດທະນາ​ມາ​ເປັນ​ເວລາຫຼາຍປີ ​ແລະ ປັດຈຸ​ບັນ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ວັດຖຸ​ດິບ​ຜະລິດ​ຢາ​ໃຫຍ່​ອັນ​ດັບ​ໜຶ່ງ ​ແລະ ​ເປັນ​ຕະຫຼາດບໍລິ​ໂພ​ກຢາ​ໃຫຍ່​ອັນດັບ​ສອງຂອງ​ໂລກ​ແລ້ວ.

ປັດຈຸບັນ, ຈີນ​ມີວິ​ສາ​ຫະກິດ​ຜະລິດ​ວັດຖຸ​ດິບ ​ແລະ ​ຢາ ​ເກືອບ 5.000 ​ແຫ່ງ, ຂະນະ​ທີ່​ຂະ​ແໜງ​ການ​ຜະລິດ​ຢາ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​​ກວ່າ 2.500 ຕື້​ຢວນ ​ແລະ ມີຜົນ​ກຳ​ໄລ​ກວ່າ 270 ຕື້​ຢວນ ກາຍ​ເປັນ​ໜຶ່ງ​ໃນ​ບໍ່​ເທົ່າ​ໃດຂະ​ແໜງ​ການ​ທີ່​ຈັງຫວະ​ການ​ເຕີບ​ໂຕ​ສູງ​ກວ່າ​ການ​ເຕີບ​ໂຕ​ຂອງ GDP; ​ໃນ​ນີ້​ມີ​ວິ​ສາ​ຫະກິດຜະລິດ​ຢາເກືອບ 50 ​ແຫ່ງ​ໄດ້​ຮັບ​ໃບຢັ້ງຢືນ ຫຼື ຜ່ານ​ການ​ກວດກາ​ຂອງ​​ເອີຣົບ​ແລະ​ອາ​ເມ​ລິ​ກາ, ບັນລຸ​ມູນ​ຄ່າ​ການສົ່ງ​ອອກຜະລິດຕະພັນ​ຢາ​​ເຖິງ 13 ຕື້ 500 ລ້ານ​ໂດລາ​ສະຫະລັດ. ທ່ານ​ອູ​ເຈີ່ນ ກ່າວ​ຕື່ມ​ວ່າ: ອຸດສາຫະກຳ​ຜະລິດ​ຢາ​ຂອງ​ຈີນ ​ສາມາດສະໜອງ​ຢາ​ທີ່​ປອດ​ໄພ​ແລະ​ເຊື່ອ​ຖື​ໄດ້​ໃຫ້​ແກ່​ປະ​ເທດ​ອື່ນ​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ