ທາດ​ແທ້​ທີ່ອິນ​ເດຍຂ້າມ​ແດນ​ຢ່າງ​ຜິດ​ກົດ​ໝາຍ​ຄັ້ງ​ນີ້​ແຕກ​ຕ່າງ​ກັບ​ຄວາມ​ຂັດ​ແຍ້ງ​ກັ​ນ​ໃນ​ເມື່ອ​ກ່ອນ
2017-07-13 11:38:02  cri 
ຕ​າມ​ຂ່າວCRI: ຂ່າວ​ແຈ້ງວ່າ: ທ່ານ ໄຈ​ຊານ​ຄາ ເລ​ຂາ​ປະ​ຈຳ​ວຽກ​ງານ​ການ​ຕ່າງ​ປະ​ເທດ​,ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ເດຍປະ​ຈຳ​ຈີນ​ໄດ້​ສະ​ແດງ​ທ່າ​ທີ​ຄັ້ງ​ທຳ​ອິດ​ຕໍ່​ການ​ປະ​ເຊີນ​ໜ້າ​ກັນລະ​ຫວ່າງກອ​ງ​ທັບ​ຈີນ-ອິນ​ເດຍ​ຄັ້ງ​ນີ້​ຂະ​ນະ​ທີ່​​ປາ​ຖະ​ກະ​ຖາ​ຢູ່​ສິງ​ກະ​ໂປ ແລະ​ກ່າວ​ວ່າ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ເຂດ​ຊາຍ​ແດນ​ສົ່ງ​ຜົນ​ຮ້າຍ​ແບບ​ຍາວ​ນານ.

ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້, ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອິນ​ເດຍ​ໄດ້​ຂ້າມເສັ້ນ​ຊາຍ​ແດນ​ຕອນຊິກ​ຄິມ​ທີ່​ໄດ້​ຮັບ​​ການ​ຮັບ​ຮອງ​ຈາກ​ສອງ​ຝ່າຍ​ຢ່າງ​ຜິດ​ກົດ​ໝາຍ​ແລະ​ເຂົ້າ​ປະ​ເທດ​ຈີນ​ຄັ້ງ​ນີ້ ມີ​ຄວາມ​ແຕກ​ຕ່າງ​ກັນ​ດ້ານທາດ​ແທ້​ກັບ​ຄວາມ​ຂັດ​ແຍ້ງ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ທີ່​ບໍ່​ໄດ້​ຮັບ​ການ​ກຳ​ນົດ​ລະ​ຫວ່າງກອງ​ປ້ອງ​ກັນ​​ຊາຍ​ແດນ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ເມື່ອ​ກ່ອນ. ປັດ​ຈຸ​ບັນ, ເຂດ​ຊາຍ​ແດນ​ຕອນ​ຊິກ​ຄີມແມ່ນ​ເຂດ​ຊາຍ​ແດນ​ທີ່​ໄດ້​ຂີດ​ແບ່ງ​ໄວ້​ພຽງ​ຕອນ​ດຽວ​ລະ​ຫວ່າງ​ຈີນ-ອິນ​ເດຍ ໂດຍ​ເມື່ອປີ 1890, "ສັນ​ຍາ​ຕິ​ເບດ-ອິນ​ເດຍ​ໃນກອງ​ປະ​ຊຸມ​ຈີນ-ອັງ​ກິດ"ໄດ້​ຂີດ​ແບ່ງ​ເຂດ​ຊາຍ​ແດນ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ ເຊິ່ງລັດ​ຖະ​ບານ​ສອງ​ປ​ະ​ເທດ​ລ້ວນ​ແຕ່​ໄດ້​ຮັບ​ຮອງ​ແລະ​ນຳໃຊ້​​ສັນ​ຍາ. ສັນ​ຍາ​ດັ່ງ​ກ່າວມີ​ຜົນ​ບັງ​ຄັບ​ໃຊ້​ໄດ້,ມີ​ຜົນ​ສັກ​ສິດ​ທາງ​ກົດ​ໝາຍ​ທັງ​ຕໍ່​ຈີນ​ແລະ​ອິນ​ເດຍ. ຈີນ​ຮຽ​ກ​ຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ອິນ​ເດຍ​ຖອນ​ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ທີ່​ຂ້າມ​ແດນນັ້ນ​ກັບ​ຄືນທັນ​ທີ​ໂດຍ​ບໍ່​ມີເງື່ອນ​ໄຂ ແລະ​ໃຫ້ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຄັ້ງ​ນີ້​ຢ່າງ​ເໝາະ​ສົມ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ