ທ່ານ ຫວງ​ຕ້າ​ນຽນໃຊ້​ຕະ​ຫຼອດ​ຊີ​ວິດບັນ​ລະ​ຍາຍ​ເພງ "ຂ້ອຍ​ຮັກ​ເຈົ້າ,ປະ​ເທດຈີນ"
2017-07-13 16:14:34  cri 


ທ່ານ ຫວງ​ຕ້າ​ນຽນ ເປັນ​ນັກ​ວິ​ທະ​ຍາ​ສາດ​ຍຸດ​ທະ​ສາດ​ທີ່​ມີ​ຊື່​ສຽງ​​ໃນ​ໂລກ ໂດຍ​ເມື່ອປີ 1982, ທ່ານໄດ້​ໄປ​ຮຽນ​ຢູ່​ອັງ​ກິດ ແລະ ກ່ອນ​ຈະ​ເດີນ​ທາງ​ທ່ານ​ ​ໄດ້​ເວົ້າ​ຕໍ່​ອາ​ຈານ​ຂອງ​ຕົນ​ວ່າ: "ນ້ອງ​ຈະ​ກັບ​ຄືນ​ປະ​ເທດ​ຢ່າງ​ແນ່ນອນ". ຕະ​ຫຼອດ​ໄລ​ຍະ 18 ປີ​ຢູ່​ອັງ​ກິດ, ທ່ານ​ເຄີຍ​ພັກໃນ​ເຮືອນ​ສວນດອກ​ໄມ້​ຂ້າງມະ​ຫາ​ວິ​ທະ​ຍາ​ໄລ​ແຄ໊ມບ​ຣິ​ສ Cambridge ຂະ​ນະ​ທີ່​ພັນ​ລະ​ຍາຂອງ​ເພິ່ນໄດ້​ເປີດ​ຄ​ລີ​​ນິກ​ສອງ​ແຫ່ງແລະ​ຖື​ວ່າ​ເປັນ​ຜູ້​ປະ​ສົບ​ຜົນ​ສຳ​ເລັດ​ສູງ​ສຸດ​ໃນ​ຊີ​ວິດ.


ປີ 2009, ທ່ານ ຫວງ​ຕ້​າ​ນ​ຽ​ນ ໄດ້​ຕົກ​ລົງ​ຈະ​ກັບ​ຄືນ​ປະ​ເທດ​ຕົນ​ໃນ​ຖາ​ນະ​ເປັນ​ຜູ້​ຊ່ຽວ​ຊານ​ຮັບ​ຈ້າງ​ພິ​ເສດ​ຕາມ "ແຜນ​ການ​ພັນ​ຄົນ" ຂອງ​ປະ​ເທດ,ຈຶ່ງ​ໄດ້ໄປ​ເປັນ​ສາດ​ສະ​ດາ​ຈານ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຈີ​ລິນ​ທີ່​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​ແມ່​ຂອງ​ຕົນ. ຫຼັງ​ຈາກ​ກັບ​ຄືນ​ປະ​ເທດ​ແລ້ວ,ເພິ່ນໄດ້​ຮັ​ບ​ຜິດ​ຊອບ "ໂຄງ​ການການ​ທົດ​ລອງ​ແລະ​ຄົ້ນ​ຄວ້າ​ຜະ​ລິດ​ອຸ​ປະ​ກອນ​ສຳ​ຄັນໃນ​ການ​ສຳ​ຫຼວດ​ວັດ​ແທກ​ໃຕ້​ດິນ​ແລະ​ໃຕ້​ທະ​ເລ​ເລິກ"​ກໍ​ຄື​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ ແລະ​ກໍ​ສາ​ມາດ​ສ້າງ​ຜົນ​ງານ "ອັນ​ດັບໜຶ່ງ​ຂອງ​ຈີນ"ຫຼາຍ​ລາຍ​ການ ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ດ້ານ​ເຕັກ​ໂນ​ໂລ​ຊີ​ຫຼາຍ​ລາຍ​ການ​ໃນ​ການ "​ສຳ​ຫຼວດ​ທາງ​ອາ​ກາດ,ສຳ​ຫຼວດ​ໃຕ້ດິນ​ແລະ​ດຳ​ນ້ຳ​ທາງ​ທະ​ເລ"ຂອງ​ປະ​ເທດ.


ໃນ​ວັນ​ທີ 8 ມັງ​ກອນ​ປີ​ນີ້, ທ່ານ ຫວງ​ຕ້າ​ນຽນ ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳດ້​ວຍ​ອາ​ຍຸ​ພຽງ 58 ປີຍ້ອນ​ເມື່ອຍ​ເກີນ​ໄປຈົນ​ເປັນ​ພະ​ຍາດ. ເພງ "ຂ້ອຍ​ຮັກ​ເຈົ້າ,ປະ​ເທດ​ຈີນ" ແມ່ນ​ເພງ​ໜຶ່ງ​ທີ່​ທ່ານ ຫວງ​ຕ້າ​ນຽນ​ມັກ​ທີ່​ສຸດ​ໃນ​ເວ​ລາ​ຍັງ​ມີ​ຊີ​ວິດ​. ມື້​ນີ້, ໃນ​ຂະ​ນະ​ທີ່​ສຳ​ຄັນ​ຂອງ​ຂະ​ບວນ​ການ​ສູ້​ຊົນ​ເພື່ອ​ບັນ​ລຸ​ຄວາ​ມ​ຝັນ​ຂອງ​ຈີນ​ທີ່​ຟື້ນ​ຟູ​ປະ​ຊາ​ຊາດ​ຈີນ​ໃຫ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ​ໃຫຍ່ ນັກ​ວິ​ທະ​ຍາ​ສາດ​ທີ່​ເອົາ​ການ​ເອົາ​ງານ​ທ່ານ​ນີ້​ໄດ້​ບັນ​ລະ​ຍາຍ​ຄວາມ​ໝາຍ​ຂອງ​ເພງ​ດັ່ງ​ກ່າວ​ຄືນ​ໃໝ່ອີກ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ