ໄຕ​ມາດ​ທຳ​ອິດ​ຂອງ​ສົກ​​ງົບ​ປະ​ມານ​ປີ​ນີ້​ມຽນ​ມາ​ຂາດ​ດຸນ​ການ​ຄ້າ 1 ຕື້ 400 ລ້ານ​ໂດ​ລາ
2017-07-13 10:09:58  cri 
ໜັງ​ສື​ພິມ "ສະ​ຫະ​ລັດ​ລາຍ​ວັນ" ​ຂອງມຽນ​ມາ​ສະ​ບັບ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ລາຍ​ງານ​ວ່າ, ຕົວ​ເລກ​ທີ່​ກະ​ຊວງ​ການ​ຄ້າ​ມຽນ​ມາ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​​ເທດ​ໃນໄຕ​ມາດ​ທຳ​ອິດ​​ຂອງສົກ​ງົ​ບ​ປະ​ມານ​ປີ​ນີ້​ມີ​ເຖິງ 7 ຕື້ 128 ລ້ານ​ໂດ​ລາ, ໃນນີ້, ມູນ​ຄ່າ​ການ​ສົ່ງ​ອອກ 2 ຕື້ 855 ລ້ານ​ໂດ​ລາ ແລະ​ນຳ​ເຂົ້າ 4 ຕື້ 273 ລ້ານ​ໂດ​ລາ, ການ​ຄ້າ​ທາງ​ທະ​ເລ​ມີ​ເຖິງ 5 ຕື້ 464 ລ້ານ​ໂດ​ລາ ແລະ​ການ​ຄ້າ​ຊາຍ​ແດນ​ມີ​ 1 ຕື້ 664 ລ້ານ​ໂດ​ລາ ເຊິ່ງ​ໂດຍ​ລວມ​ແລ້ວ​ຍັງ​ຂາດ​ດຸນ​ການ​ຄ້າ 1 ຕື້ 418 ລ້ານ​ໂດ​ລາ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ສິນ​ຄ້າ​ທີ່ມຽນ​ມາ​​ສົ່ງ​ອອກ​ປະ​ກອບ​ມີ: ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ຜະ​ລິດ​ຕະ​ພັນ​ສັດ, ຜະ​ລິດ​ຕະ​ພັນບໍ່​ແຮ່, ຜະ​ລິດ​ຕະ​ພັນ​ໄມ້ ແລະ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ ​ຂະ​ນະ​ທີ່ສິນ​ຄ້າ​ນຳ​ເຂົ້າ​​ປະ​ກອບ​ມີ: ເຄື່ອງ​ໃຊ້​ປະ​ຈຳ​ວັນ, ຜະ​ລິດ​ຕະ​ພັນ​ຮັບໃຊ້​​ໂຄງ​ການ, ຜະ​ລິດ​ຕະ​ພັນ​ການ​ລົງ​ທຶນ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ