ເປີດ​​ສູນ​ພາ​ສາ​ຈີນ​ກະ​ຊວງ​ປ້ອງ​ກັນ​ຊາດ​ກຳ​ປູ​ເຈຍ
2017-07-13 14:06:13  cri 
ພິ​ທີ​ເປີດ​ "ສູນ​ພາ​ສ​າ​ຈີນ​ກະ​ຊວງ​ປ້ອງ​ກັນ​ຊາດ​ກຳ​ປູ​ເຈຍ" ສະ​ຖາ​ບັນ​ຂົງ​ຈື້​ໃນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້ນຢູ່​ກະ​ຊວງ​ປ້ອງ​ກັນ​ຊາດ​ກຳ​ປູ​ເຈຍ​ເມື່ອ​ວັນ​ທີ 12 ກໍ​ລະ​ກົດ​ນີ້​ ​ເພື່ອຕອບ​ສະ​ໜອງ​ຕາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ຍົກ​ລະ​ດັບ​​ຊັບ​ພະ​ຍາ​ກອນ​ມະ​ນຸດ​ພາ​ສາ​ຈີນ ແລະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງກອງ​ທັບ​ຈີນ​ກຳ​ປູ​ເຈຍ ແລະ​ໃນ​ມື້​ດຽວ​ກັນ ສອງ​ຝ່າຍ​ກໍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​​ຮ່ວມ​ມື.

ທ່ານ​ຈຽງ​ອຳ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ກຳ​ປູ​ເຈຍ​ໄດ້​ຕາງ​ໜ້າ​ທ່ານ​ຕີ ບັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ຊາດ​ກຳ​ປູ​ເຈຍ​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ສະ​ຖາ​ບັນ​ຂົງ​ຈື້​ກຳ​ປູ​ເຈຍ​​ທີ່ເປີດ​ສູນ​ພາ​ສາ​ຈີນ​ຢູ່​ກະ​ຊວງ​ຕົນ ​ເພິ່ນເຮັດ​ໃຫ້​ນາຍ​ແລະ​ພົນ​ທະ​ຫານ​ສາ​ມາດຮຽນ​ພາ​ສາ​ຈີນ​ໃນ​ບັນ​ຍາ​ກາດ​ທີ່​ດີກວ່າ​ເກົ່າ. ທັງ​ນີ້​ຮຽກ​ຮ້ອງ​ໃຫ້​​ສຳ​ມະ​ນາ​ກອນ​ຈົ່ງ​ຮຽນ​ພາ​ສາ​ຈີນ​ໃຫ້​ດີ ເພືື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງກອງ​ທັບ.

ທ່ານຫຼີ​ໜິງ​ຢ້າ ທີ່​ປຶກ​ສາ​ການ​ທະ​ຫານ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ, ນາຍ​ແລະ​ພົນ​ທະ​ຫານ​ກະ​ຊວງ​ປ້ອງ​ກັນ​ຊາດ​ກຳ​ປູ​ເຈຍ​ທີ່​ຮຽນ​ພາ​ສາ​ຈີນ​ໃນ​ສູນ​ດັ່ງ​ກ່າວ ຈະ​ສາ​ມາດ​ເພີ່​ມ​ຄວາມ​ເຂົ້າ​ໃຈ​​ວັດ​ທະ​ນະ​ທຳ​ຈີນ ແລະ​ເປັນ​ການ​ປະ​ກອບ​ສ່ວນ​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຮ່ວມ​ມື​ລະ​ຫວ່າງ​ສອງກອງ​ທັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ