ສັດ​ໃຫຍ່​ໃນ​ທະ​ເລ "ທັກ​ທາຍ​ສະ​ບາຍ​ດີ" ​ກຳ​ປັ່ນ​ທ່ອງ​ທ່ຽວ
2017-07-13 15:14:49  cri 

ໜັງ​ສື​ພິມ "The Sun" ຂອງ​ອັງ​ກິດສະ​ບັບ​ວັນ​ທີ 11 ກໍ​ລະ​ກົດ​ລາຍ​ງານ​ວ່າ ເປັນ​ພາບ​ທີ່​ຫາ​ເບິ່ງ​ໄດ້​​ຍາກ ເມື່ອລູກ​ປາ​ວານ​ທີ່​ຫາ​ກໍ​ເກີດ​​ຄູ່​ໜຶ່ງ​ໄດ້​ລອຍ​ມາ "ທັກ​ທາຍ​ສະ​ບາຍ​ດີ" ໃກ້​ກຳ​ປັ່ນ​ທ່ອງ​ທ່ຽວ​ລຳ​ໜຶ່ງ. ​ພາບ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ສັດ​ໃຫຍ່​ໃນ​ທະ​ເລ​ຄູ່​ນີ້​​ເຂົ້າ​ໃກ້​ກຳ​ປັ່ນ​ທ່ອງ​ທ່ຽວ​ທີ່​ໃກ້​ແຫຼມ​​ບາ​ຈາກາ​ນີ​ໂຟ​ເນຍ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ແມັກ​ຊິກ​ຢ່າງ​ກ້າ​ຫານ ​ທັງອະ​ນຸ​ຍາດ​ໃຫ້​ນັກ​ທ່ອງ​ທ່ຽວ​​ຢູ່​ກຳ​ປັ່ນ​ລູ​ບ​ບາຍມັນໄດ້​ຢ່າງ​ສະ​ບາຍ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ