"​ຝົນເລືອດ" ໄຫຼ​ຕາມ​ຖະ​ໜົນ​ນະ​ຄອນຫຼວງ​ບັງ​ກ​ລາ​ເດັດ
2017-07-13 15:32:33  cri 

ວັນ​ທີ 11 ກໍ​ລະ​ກົດ​ນີ້, ນະ​ຄອນຫຼວງ​ດາ​ກາ​ປະ​ເທດ​ບັງ​ກ​ລາ​ເດັດ​ຝົນ​ຕົກ​ແຮງ ແລະ​ເມື່ອ​ນ້ຳ​ຝົນ​ຖືກ​ເຄື່ອງ​ລະ​ບາຍ​ມົນ​ລະ​ພິດ​ທີ່​ມີ​ເປັນ​ຈຳ​ນວນຫຼາຍ​ນັ້ນ ຈິ່ງ​ເຫັນເໝືອນ​ດັ່ງ​ "​ຝົນເລືອດ" ໄຫຼ​ຕາມ​ຖະ​ໜົນສາຍ​ຕ່າງໆ​. ຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ບັງ​ກ​ລາ​ເດັດ​ໄດ້​ສຸມ​ໃສ່​ພັດ​ທະ​ນາ​​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳຢ່າງວ່ອງ​ໄວ ໂດຍ​ສະ​ເພາະ​ອຸດ​ສາ​ຫະ​ກຳ​ການ​ປຸງ​ແຕ່ງ​ໜັງ, ຢາ​ເຄ​ມີ ແລະ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ເຄ​ມີ ເຊິ່ງ​ອຸດ​ສາ​ຫະ​ກຳ​ເຫຼົ່າ​ນີ້​ໄດ້​​ສ້າງນ້ຳ​ເປື້ອນ ແລະ​​ສິ່ງ​ເສດ​ເຫຼືອ​​ໂດຍ​ປ່ອຍ​ລົງຫ້ວຍ​ທີ່​ຢູ່​ອ້ອມ​ຂ້າງ. ນອກ​ນີ້​ຍັງ​ມີ​ຂີ້​ເຫຍື້ອ​ເປັນກ້ອນ​ທີ່ສ່ວນຫຼາຍ​ຖືກ​ຖົມ ຫຼື​ຝັງ​ຢູ່​ດິນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ