ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ເບ​ຣ​ຊິນ​ຖືກ​ຕັດ​ອິ​ດ​ສະຫຼະ​ພາບ 9 ປີ 6 ເດືອນ
2017-07-13 14:08:22  cri 
    ທ່ານ ເຊີ​ກິ​ໂອ ໂມ​ໂຣ ຜູ້​ພິ​ພາກ​ສາ​ສະ​ຫະ​ພັນ​ເບ​ຣ​ຊິນ​ປະ​ກາດ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້​ວ່າ, ທ່ານ ລຸຍ​ສ໌ ອີ​ນາ​ຊີ​ໂອ ລູ​ລາ ດາ ຊິວ​ວາ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຖືກ​ຕັດ​ສິນ​ຕັດ​ອິດ​ສະ​ຫຼະ​ພາບ 9 ປີ​ 6 ເດືອນໃນ​ຄະ​ດີ​ສໍ້​ລາດ​ບັງຫຼັວງ​ແລະ​ຟອກ​ເງິນຫຼັງສືບ​ສວນ-ສອບ​ສວນ​ຄັ້ງ​ທຳ​ອິດ​.

    ໜັງ​ສື​ພິມ​ໂກ​ລ​ໂບ​ຂອງ​ເບ​ຣ​ຊິນ ລາຍ​ງານ​ວ່າ, "ຫຼັງ​ປະ​ກາດ​ຜົນ​ການ​ຕັດ​ສິນ​, ຈະ​ບໍ່​ປະ​ຕິ​ບັດ​ທັນ​ທີ ເພາະ​ທ່ານ​ລູ​ລາ​ຍັງ​ມີ​ສິດ​ອຸ​ທອນ." ທ່ານ ໂມ​ໂຣ ກ່າວ.

    ທ່ານ ລູ​ລາ ຖືກ​ກ່າວ​ຫາ​ມີ​ການ​ພົວ​ພັນ​​ຢ່າງໃກ້​ຊິດ​ກັບ​ບໍ​ລິ​ສັດ​ກໍ່​ສ້າງ​ໂອ​ອັ​ສ​ເບ​ຣ​ຊິນ. ​ແນວ​ໃດ​ກໍ​ດີ, ຄະ​ນະ​ທະ​ນາຍ​ຄວາມ​ຂອງ​ທ່ານ​ລູ​ລາ​ກ່າວ​ກ່ອນ​ໜ້ານີ້​ວ່າ, ຈະ​ອຸ​ທອນ​ຫຼັງ​ການ​ຕັດ​ສິນ​ວ່າ​ທ່ານ​ລູ​ລາ​ມີ​ໂທດ.

    ທ່ານ ລູ​ລາ​ ​ເປັນ​ປະ​ທາ​ນາ​ທິ​ບໍ​ດີຄັ້ງ​ທຳ​ອິດ​ໃນ​ເດືອນ​ມັງ​ກອນ 2003 ແລະ​ຮັບ​ຕຳ​ແໜ່ງ​ຕໍ່​ອີກ​ໜຶ່ງ​ສະ​ໄໝໃນ​ເດືອນ​ມັງ​ກອນ​ປີ 2007 ແລະ​ໝົດ​ອາ​ຍຸ​​ການ​ດຳ​ລົງ​ຕຳ​ແໜ່ງ​ໃນ​ເດືອນ​ມັງ​ກອນ​ປີ 2011.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ