ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ສະ​ໜັບ​ສະ​ໜູນ​ກາ​ຕາ
2017-07-13 16:08:15  cri 
    ວັນ​ທີ 12 ກໍ​ລະ​ກົດ​ນີ້, ທ່ານ ຮາ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ ໄດ້​ສະ​ໜັບ​ສະ​ໜູນ​ກາ​ຕາ​ຢ່າງ​ຈະ​ແຈ້ງ ແລະ​ຄັດ​ຄ້ານ​​ ​ອາ​ຣັບ​ບີຊາ​ອຸ​ດິດ​ແລະ​ປະ​ເທດ​ອື່ນໆ​ທີ່​ ​ກົດ​ດັນປະ​ເທດ​ດັ່ງ​ກ່າວ.

    ທ່ານ ຣູ​ຮາ​ນີ ກ່າວ​ໃນ​ໂອ​ກາດ​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ ຢູ​ຊຸ​ຟ ບິນ ອາ​ລາ​ວີ ບິນ ອັບ​ດູ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂອ​ມານ​ທີ່​​ຢ້ຽມ​ຢາມ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້​ວ່າ: "ການ​ນາບ​ຂູ່, ການໃຊ້​ຄວາມ​ກົດ​ດັນ​ແລະ​ຂວ້ຳ​ບາດ​ປະ​ເທດ​ອ້ອມ​ຂ້າງ​ເຊັ່ນ​ກາ​ຕາ​ເປັນ​ຕົ້ນ ຜິດ​ພາດ​ທີ່​ສຸດ ເຊິ່ງຄວນ​ໃຊ້​ມາດ​ຕະ​ການຫຼຸດ​ຜ່ອນ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ​ຂອງ​ພາກ​ພື້ນ."ທ່ານ ຢູ​ຊຸ​ຟ ໄດ້​ເດີນ​ທາງ​ເຖິງ​ນະ​ຄອນຫຼວງ​ເຕ​ເຮ​ລານ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້ ແລະ ​ຕາມ​ແຜນ​ການ​, ທ່ານຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ຈາ​ວັດ ຈາ​ຣິ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣາ​ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ