6 ​ເດືອນ​ຕົ້ນປີ​ນີ້ ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ​ເກືອບ 20%
2017-07-14 16:01:09  cri 

ທ່ານ​ຫວງ​ຊົ້ງ​ຜິ​ງ ​ໂຄສົກ​ອົງການ​ດ່ານ​ພາສີ​ແຫ່ງ​ຊາດ​ຈີນ ຢືນຢັນ​ໃນ​ພິທີ​ຖະ​ແຫຼງຂ່າວ​ຂອງ​ຫ້ອງການ​ຖະ​ແຫຼງຂ່າວ​ລັດຖະບານ​​ໃນ​ວັນ​ທີ 13 ກໍລະກົດ​ນີ້​ວ່າ: 6 ​ເດືອນ​ຕົ້ນປີ​ນີ້, ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ​ສິນຄ້າ​ສາມາດ​ບັນລຸ​ເຖິງ 13.140 ຕື້ຢວນ ​ເພີ່ມ​ຂຶ້ນ 19,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ໃນ​ນີ້ ມູນ​ຄ່າ​ສົ່ງ​ອອກ​ບັນລຸ​ເຖິງ 7.210 ຕື້​ຢວນ ​ເພີ່ມ​ຂຶ້ນ 15%; ມູນ​ຄ່າ​ນຳ​ເຂົ້າບັນລຸ​ເຖິງ 5.930 ຕື້​ຢວນ ​ເພີ່ມ​ຂຶ້ນ 25,7%. ຂະນະ​ທີ່ການ​ໄດ້​ປຽບ​ດຸນ​ການ​ຄ້າ 1,280 ຕື້​ຢວນ ​ໄດ້ຫຼຸດລົງ 17,7%.

​ໃນ 6 ​ເດືອນຕົ້ນປີ​ນີ້, ຄຽງ​ຄູ່​ກັບ​ເສດຖະກິດ​ໂລກ​​ໄດ້​ຟື້ນ​ຕົວ​ເປັນ​ກ້າວໆ, ການ​ນຳ​ເຂົ້າ-ສົ່ງ​ອອກ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຈີນກໍ​ຟື້ນ​ຕົວຢ່າງ​ຮອບດ້ານ​ ​ແລະ ການ​ນຳ​ເຂົ້າ-ສົ່ງ​ອອກ​ຕໍ່​ບາງປະ​ເທດ​ຢູ່​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກໍ​ເຕີບ​ໂຕຂຶ້ນຕາມ​ລຳດັບ.

ທ່ານ​ຫວງ​ຊົ້ງຜິ​ງ ກ່າວ​ຕື່ມ​ວ່າ: ​​ໂດຍລວມ​ແລ້ວ, ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ການ​ນຳ​ເຂົ້າ-ສົ່ງ​ອອກ​ຂອງ​ຈີນ​ໄດ້​ຟື້ນ​ຕົວຢ່າງ​ໜັກ​ແໜ້ນ ​​ແລະ​ໝັ້ນທ່ຽງ ເຊິ່ງສືບ​ຕໍ່​ຈາກ 6 ​ເດືອນ​ທ້າຍ​ປີຜ່ານມາ ​ແລະ ການ​ເຕີບ​ໂຕ​ກໍ​ມີ​ການ​ປະສານ​ສົມທົບ​ກັນ​ຫຼາຍຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ