ການ​ສົນທະນາເສດຖະກິດ​ຮອບດ້ານ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ຮອບ​ທຳ​ອິດ​ຈະ​ສະຫຼຸບຜົນ​ຂອງ "​ແຜນການ​ຮ້ອຍ​ວັນ"
2017-07-14 16:03:42  cri 

ວັນ​ທີ 19 ກໍລະກົດ​ນີ້, ຈີນ ​ແລະ ອາ​ເມ​ລິ​ກາ​ຈະ​ຈັດ​ກອງ​ປະຊຸມ​ສົນທະນາ​​ເສດຖະກິດ​ຢ່າງຮອບດ້ານ​ຮອບ​ທຳ​ອິດ​ຢູ່​ນະຄອນຫຼວງວໍຊິງ​ຕັນ. ຂະນະ​ທີ່​ໃນ​ພິທີ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ການ​ຄ້າ​ຈີນ​​ໃນ​ວັນ​ທີ 13 ກໍລະກົດ​ນີ້, ທ່ານ​ກາວ​ເຟິງ ​ໂຄສົກ​ກະຊວງ​ການ​ຄ້າ ກ່າວ​ວ່າ: ຈີນ ​ແລະ ອາເມລິກາ ຈະ​ສະຫຼຸບໝາກຜົນການ​ຈັດຕັ້ງປະຕິບັດ "​ແຜນການຮ້ອຍ​ວັນ" ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ລະຫວ່າງສອງປະ​ເທດ ພ້ອມ​ທັງປຶກ​ສາ​ຫາລື​ແຜນການ​ໜຶ່ງ​ປີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ. ນອກ​ນີ້, ສອງ​ຝ່າຍ​ຍັງ​ຈະ​ສົນທະນາ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ປະສານ​ງານ​ດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ​ເສດ​ຖະກິດ​ໂລກ​ແລະ​ການ​ຄຸ້ມ​ຄອງ ລວມທັງ​ການ​ຄ້າ​ແລະ​ການ​ລົງທຶນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ ​ເພື່ອ​ເພີ່ມທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.

"​ແຜນການ​ຮ້ອຍ​ວັນ" ​ແມ່ນ​ແຜນການ​ຮ່ວມ​ມື​ທີ່​ສອງ​ຝ່າຍ​ຕົກລົງ​ກັນ​​ໃນຂະນະ​ທີ່​ການ​ພົບ​ປະກັນ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ຢູ່ສວນ​ນິຄົມ​ໃຫຍ່ມາ​ອາລາ​ໂກ​ ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ເດືອນ​ເມສາ​ປີ​ນີ້ ​ໂດຍ​ລວມມີ 3 ປະ​ເພດ ຄື ໜຶ່ງ, ຜົນ​ໄດ້​ຮັບ​ໃນ​ໄລຍະ​ຕົ້ນ; ສອງ, ຂົງ​ເຂດ​ທີ່​ສາມາດ​ຍາດ​​ເອົາ​ຜົນສຳ​ເລັດ​ໄດ້​ຢ່າງໃຫຍ່ຫຼວງພາຍ​ໃນ 100 ວັນ ຫຼັງສອງ​ຝ່າຍ​ພະຍາຍາມ​ຮ່ວມ​ກັນ  ​ແລະ​ ສາມ, ຜົນງານ​ແຕ່ລະ​ໄລຍະ​ທີ່​ໄດ້​ຮັບ​ພາຍ​ໃນ 100 ວັນ ຫຼັງສອງ​ຝ່າຍ​ສຸມ​ທຸກ​ຄວາມພະຍາຍາມຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ