ອັງກິດ​ປະກາດຍັດຕິ​ກົດໝາຍທີ່​ສຳຄັນ
2017-07-14 16:05:33  cri 

ວັນ​ທີ 13 ກໍລະກົດ​ນີ້, ອັງກິດ​ໄດ້​ປະກາດ​ຍັດຕິ​ກົດໝາຍ​ທີ່​ສຳຄັນ​ສະບັບ​ໜຶ່ງ ທີ່​ມີຊື່ວ່າ "ຍັດຕິ​ກົດໝາຍ​ຍົກ​ເລີກ​ໃຫຍ່" ​ເພື່ອ​ຫັນປ່ຽນ​ກົດໝາຍ​ສະຫະພາບ​ເອີຣົບທີ່​ປະຕິບັດ​ໃນ​ປັດຈຸບັນ​ໃຫ້​ເປັນ​ກົດໝາຍ​ພາຍ​ໃນ​ປະ​ເທດ​ຕົນ ​ແລະ​ເປັນ​ການ​ກະກຽມ​ດ້ານ​ກົດໝາຍຫຼັງອັງກິດ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ.

ຍັດຕິ​ກົດໝາຍ​ດັ່ງກ່າວ​ຍັງ​ຈະ​ຍົກ​ເລີກ "ກົດໝາຍ​ປະຊາ​ຄົມ​ເອີຣົບ" ທີ່​ລັດຖະສະພາ​ອັງກິດ​ສ້າງ​ເມື່ອ​ປີ 1972 ​ເພື່ອ​ກະກຽ​ມ​ໃຫ້​ແກ່​ການເຂົ້າ​ເປັນ​ສະມາຊິກ​ສະຫະພາບ​ເອີຣົບ​ໃນ​ປີ 1973 ​ເຊິ່ງກົດໝາຍ​ດັ່ງກ່າວ​​ໄດ້​ລະບຸ​ຫຼັກການ​ຕ່າງໆ ​ເປັນຕົ້ນ ກົດໝາຍ​ສະຫະພາບ​ເອີຣົບສາມາດ​ນຳ​ໃຊ້​ໂດຍ​ກົງ ຫຼື ນຳ​ໃຊ້​ທາງ​ອ້ອມ​ຢູ່​ອັງກິດ ​ແລະ ​ໃນ​ກໍລະນີ​ທີ່​ກົດໝາຍ​ອັງກິດຂັດກັບ​ກົດໝາຍ​ສະຫະພາບ​ເອີຣົບນັ້ນ ຈະ​ນຳ​ໃຊ້​ກົດໝາຍ​ສະຫະພາບ​ເອີຣົບ​ເປັນ​ບຸລິມະສິດ​ແທນ.

ຫາງ​ສຽງ​ທ້ອງ​ຖິ່ນ​ວິຈານ​ວ່າ: "ຍັດຕິ​ກົດໝາຍ​ຍົກ​ເລີກ​ໃຫຍ່" ​​ເປັນ​ໜຶ່ງ​ໃນ​ຍັດຕິ​ກົດໝາຍ​ຕ່າງໆ​ທີ່​ສຳຄັນ​ທີ່​ສຸດ​ໃນ​ປະຫວັດສາດ​ປະ​ເທດ​ຕົນ ​ເຊິ່ງຈະ​ກຽມ​ຄວາມ​ພ້ອມ​ເພື່ອ​ອັງກິດ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ ​ແລະ ຖອນ​ຄືນ​ອະທິປະ​ໄຕ​ການ​ນິຕິບັນຍັດ​ຂອງ​ລັດຖະສະພາ​ປະ​ເທດ​ຕົນ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, "ຍັດຕິ​ກົດໝາຍ​ຍົກ​ເລີກ​ໃຫຍ່" ​ໃນ​ຄັ້ງນີ້ຍັງ​ຕ້ອງ​ໄດ້​ຜ່ານ​ການ​ໃຫ້​ສັດຕະຍາບັນຂອງ​ລັດຖະສະພາ​ອັງກິດກ່ອນ ຈຶ່ງ​ຈະ​ກາຍ​ເປັນ​ກົດໝາຍທີ່​ສົມບູນ​ໄດ້​ໃນ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ