ວິ​ສາ​ຫະກິດ​ຈີນ​ແລະ​ອາ​ເມ​ລິ​ກາ​ເຊັນ​ສັນຍາ​ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​​ມູນ​ຄ່າ 5 ຕື້​ໂດ​ລາ​ສະຫະລັດ
2017-07-14 16:24:26  cri 

ວິ​ສາ​ຫະກິດ​ຈີນ​ແລະ​ອາ​ເມ​ລິ​ກາ 20 ກວ່າ​ແຫ່ງ​ໄດ້​ເຊັນ​ສັນຍາ​ກັນ​ຢູ່​ເດັສ ມອຍ​ເນັສ ​ເທດ​ສະບາ​ນລັດ​ອີ​ໂອວາ ສະຫະລັດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 13 ກໍລະກົດ​ນີ້ ​ໂດຍ​ວິ​ສາ​ຫະກິດ​ຈີນ​ຈະ​ນຳ​ເຂົ້າ​ຖົ່ວ​ເຫຼືອຈາກ​ອາ​ເມ​ລິ​ກາ 12 ລ້ານ 5 ​ແສນ 3 ໝື່ນ​ໂຕນ, ຊີ້ນ​ໝູ ​ແລະ ຊີ້ນ​ງົວ 3 ລ້ານ 7 ​ແສນ 1 ໝື່ນ​ໂຕນ ​ເຊິ່ງມີມູນ​ຄ່າ​ເຖິງ 5 ຕື້ 12 ລ້ານ​ໂດ​ລາ​ສະຫະລັດ.

​ເຈົ້າໜ້າ​ທີ່ ​ແລະ ຜູ້​ແທນ​ຈາກ​ວິ​ສາ​ຫະກິດ ​ເກືອບ​ຮ້ອຍ​ທ່ານຂອງ​ສອງ​ປະ​ເທດ ​ໄດ້​ເຂົ້າຮ່ວມ​ພິທີ​ເຊັນ​ສັນຍາ​ດັ່ງກ່າວ. ຂະນະ​ທີ່​ທ່ານ​ສີ​ຮາ​ຍ ທີ່​ປຶກສາ​ທູດ​ດ້ານ​ວິທະຍາສາດ​ເຕັກນິກ​ ກົງສຸນ​ໃຫຍ່​ຈີນ​ປະຈຳ​ຊີ​ຄາ​ໂກ ກ່າວ​​ໃນ​ພິທີ​ເຊັນ​ສັນຍາ​ວ່າ: ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນການ​ຮ້ອຍ​ວັນ​ການຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍໃນ​ຂະນະ​ທີ່​ປະມຸກ​ລັດ​ສອງ​ປະ​ເທດພົບ​ປະກັນ​ໃນ​ເດືອນ​ເມສາ​ປີ​ນີ້, ສຳລັບ​ສັນຍາ​ການ​ຄ້າ​ຜະລິດ​ຕະພັນ​ກະສິກຳ​ທີ່​ເຊັນ​ກັນ​ເທື່ອ​ນີ້​ກໍ​ເປັນ​ໜຶ່ງ​ໃນ​ມາດ​ຕະການ​ຕ່າງໆ​ທີ່​ເປັນ​ຮູບ​ປະ​ທຳ​ໃນ​ການຈັດຕັ້ງປະຕິບັດ​ຜົນ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ