ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ຜູ້​​ສຳ​ເລັດ​ລາດ​ຊະ​ການ​ຂອງ​ກາ​ນາ​ດາ
2017-07-14 17:00:14  cri 
ວັນ​ທີ 13 ກໍ​ລະ​ກົດ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ເດ​ວິດ ຈອນ​ສ໌​​ຕັນ ຜູ້​ສຳ​ເລັດ​ລາດ​ຊະ​ການ​ຂອງ​ກາ​ນາ​ດາ (the Governor General of Canada).

ທ່ານ ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ​ໂດຍ​ລວມ​ແລ້ວສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ກາ​ນາ​ດາ​ໄດ້​ຮັກ​ສາ​ທ່າ​ອ່ຽງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ດີ,ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ,​ໄດ້​ຊຸກ​ຍູ້​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບ,ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ກໍ​ຄື​ຂອງ​ໂລກ. ສອງ​ຝ່າຍຢູ່​ບົນ​ພື້​ນ​ຖານ​ຍຸດ​ທະ​ສາດ​ແລະເບິ່ງກວ້າງເຫັນ​ໄກ​ຢ່າງ​ສະ​ເໝີ​ຕົ້ນ​ສ​ະ​ເໝີ​ປາຍ, ເຄົາ​ລົບ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ເອົາ​ໃຈ​ໃສ່​ທີ່​ເປັນ​ແກນ​ກາງ​ສຳ​ຄັນ​ທີ່​ສຸດ​ເຊິ່ງ​ກັນ​ແລະ​ກັນ,ຮ່ວມ​ກັນ​ທຳ​ຄວາມ​ພະ​ຍາ​ຍາມຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ-ກາ​ນາ​ດາ​ໃຫ້​ພັດ​ທະ​ນາ​ໄປ​ໜ້າ​ຢ່າ​ງ​ບໍ່​ຢຸດ​ຢັ້ງ.

ທ່ານ ເດ​ວິດ ຈອນ​ສ໌​​ຕັນ ກ່າວ​ວ່າ: ມິດ​ຕະ​ພາບ​ລະ​ຫວ່າງ​ກາ​ນາ​ດາ-ຈີນ​ມີ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ, ການ​ໄປ​ມາ​ຫາ​ສູ່​ກັນ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ຂຶ້ນເລື້ອຍໆ. ກາ​ນາ​ດາຕີ​ລາ​ຄາສູງ​ຕໍ່​ຈີນ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,ສາ​ມາດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ,ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ,ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ຂົງ​ເຂດ​ອື່ນໆ. ການ​າ​ດາ​ຍິນ​ດີ​ຮ່ວມ​ກັບ​ຈີນ​​ສືບ​ຕໍ່ຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດຕ່າງໆ​ເຊັ່ນ: ເສດ​ຖະ​ກິດ​ການ​ຄ້າ,ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,ກິ​ລາ​ແລະ​ຂົງ​ເຂດ​ອື່ນໆ,​ພ້ອມ​ທັງ​ເສີມ​ຂະ​ຫຍ​າຍ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ງານ​ໃນວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ.

ຫຼັງ​ກາ​ນ​ພົບ​ປະ, ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ ເດ​ວິດ ຈອນ​ສ໌​​ຕັນ ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ເຊັນ​ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​​ຫຼາຍຂົງ​ເຂດເຊັ່ນ:ວັດ​ທະ​ນ​ທຳ​,ກິ​ລາ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ