ຈີນມອບລົດ​ເມ 100 ຄັນ​​ໃຫ້​ກຳ​ປູ​ເຈຍ
2017-07-14 17:01:20  cri 
ຕອນ​ບ່າຍ​ວັນ​ທີ 13 ກໍ​ລະ​ກົດ​ນີ້, ພິ​ທີ​ມອບ​ຮັບ​ລົດ​ເມ 100 ຄັນ​ທີ່​ຈີນ​ຊ່ວຍ​ເຫຼືອ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ ໃນ​ນັ້ນ​ລວມ​ທັງ​ລົດ​ລາກ​ແກ່ 2 ຄັນ​ແລະ​ລົດ​ເມ 98 ຄັນ.

ຂ່າວ​ແຈ້ງວ່າ: ຫຼັງ​ຈາກລົດ​ເມ​ທີ່​ຈີ​ນ​ຊ່ວຍ​ເຫຼືອ​ໄປ​ຮອດ​ພະ​ນົມ​ເປັນ​ແລ້ວ, ອົງ​ການ​ປົກ​ຄອງນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ໄດ້​ເພີ່ມ​ເສັ້ນ​ທາງ​ໃໝ່ 5 ສາຍໃນ​ຫວ່າງ​ມໍ່ໆ​ນີ້. ປັດ​ຈຸ​ບັນ, ອົງ​ການ​ປົກ​ຄອງ​ດັ່ງ​ກ່າວ​ມີ​ລົດ​ເມ 57 ຄັນ, ແລະເສັ້ນ​ທາງ​ລົດ​ເມ​ມີ 3 ສາຍ.

ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ກ່າວ​ວ່າ: ລົດ​ເມ​ທີ່​ຈີນ​ຊ່ວຍ​ເຫຼືອ​ນັ້ນ​ຈະ​ຊ່ວຍ​ອົງ​ການ​ປົກ​ຄອງນະ​ຄອນ​ຫຼວງ​ພະ​ນົມ​ເປັນ​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ສາ​ທາ​ລະ​ນະ​ຄົບ​ວົງ​ຈອນ​ຂຶ້ນກວ່າ​ເກົ່າ,ປັ​ບ​ປຸງ​ແລະ​ແກ້​ໄຂ​ສະ​ພາບ​ລົດ​ຕິດໃຫ້​ດີ​ຂຶ້ນ,ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ຄົມ​ມະ​ນາ​ຄົມ​ທີ່​ມີ​ຄຸນ​ນະ​ພາບໃຫ້ແກ່​ປະ​ຊາ​ຊົນ​​ພະ​ນົມ​ເປັນ​ຫຼາຍ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ