ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ກັບ​ຟີ​ລິບ​ປິນ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ດ້ວຍ​ການ​ປຶກ​ສາ​ຫາ​ລື
2017-07-14 10:01:43  cri 
ທ່ານ​ເກິ໋ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວກ່ຽວ​ກັບ​ການ​ອອກ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກໍ​ລະ​ກົດ​ນີ້​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​ຮ່ວມ​ກັບ​ຟີ​ລິບ​ປິນ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ທະ​ເລ​ຈີນ​ໃຕ້ຢ່າງ​​​ເໝາະ​ສົມ ດ້ວຍ​ການ​ສົນ​ທະ​ນາ ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແລະ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ.

ທ່ານ​ເກິ໋ງ​ສວງ​ກ່າວ​ວ່າ, ໜຶ່ງ​ປີກວ່າ​ມາ​ນີ້, ສາຍ​ພົວ​ພັນ​ຈີນ​ຟີ​ລິບ​ປິນ​ໄດ້​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ​ເທື່ອ​ລະ​ກ້າວ, ສອງ​ຝ່າຍ​ໄດ້​ກັບ​ຄືນ​ສູ່​​ຄວາມ​ຖືກ​ຕ້ອງ ໂດຍ​ຜ່ານການ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ແກ້​ໄຂ​ບັນ​ຫາ. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ ເຊິ່ງ​ລວມ​ທັງ​ຟີ​ລິບ​ປິນ, ສະ​ຖາ​ນະ​ການ​ທະ​ເລ​ຈີນ​ໃຕ້​ໄດ້​ຜ່ອນ​ຄາຍ​ລົງ ແລະ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ຂອບ "​ກົດ​ແຫ່ງການ​ປະ​ພຶດ​​ໃນທະ​ເລ​ຈີນ​ໃຕ້".

ທ່ານ​ເກິ໋ງ​ສວງ​ກ່າວ​ວ່າ, ຈີນ​ມີ​ຈຸດ​ຢືນ​ຂອງ​ຕົນ​ທີ່​ໜັກ​ແໜ້ນມາ​ໂດຍ​ຕະຫຼອດ ທີ່​ຈະ​ປຶ​ກ​ສາ​ຫາ​ລື​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໂດຍ​ກົງ ເຊິ່ງ​ລວມ​ທັງ​ຟີ​ລິບ​ປິນ ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ, ພະ​ຍາ​ຍາມ​ຮ່ວມ​ກັບ​ປະ​ເທດ​ໃນ​ອາ​ຊຽນ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້. ຈີນ​ຍິນ​ດີ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກັບ​ຟີ​ລິບ​ປິນ ເພື່ອ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ຢ່າງ​​ເໝະ​ສົມ ແລະສ້າງ​ບັນ​ຍາ​ກາດ​ອັນ​ດີ​ງາມ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບຟີ​ລິບ​ປິນໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ