​ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສະ​ຖານລາຍ​ງານ​ວ່າ: ອິນ​ເດຍ​ໄດ້​ລະ​ເມີດ​ສັນ​ຍາ​ຢຸດ​ຍິງ​ສອງ​ຝ່າຍ 542 ເທື່ອ
2017-07-14 10:05:22  cri 
ທ່າ​ນ​ນາ​ຟີ​ສ໌ ຊາ​ກາ​ເຣຍ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ປາ​ກິ​ສະ​ຖານ​ເປີດ​ເຜີຍ​ໃນ​ວັນ​ທີ 13 ກໍ​ລະ​ກົດ​ນີ້​ວ່າ, ນັບ​ແຕ່​ຕົ້ນ​ປີ​ນີ້​ມາ, ທະ​ຫານ​ອິນ​ເດຍ​ໄດ້​ສ້າງ​ບັນ​ຫາ​ຢູ່​ໃກ້​ເສັ້ນ​ຄວບ​ຄຸມ​ຕົວ​ຈິງ​ກັ​ສ​ເມຍ​ເລື້ອຍໆ. ມາ​ຮ​ອດ​ປັດ​ຈຸ​ບັນ, ອິນ​ເດຍ​ໄດ້​ລະ​ເມີດ​ສັນ​ຍາ​ຢຸດ​ຍິງ​ສອງ​ຝ່າຍ 542 ເທື່ອ.

ທ່ານ​ຊາ​ກາ​ເຣຍ​ໄດ້​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ປາ​ກິ​ສະ​ຖານ​ບໍ່​ມີ​ເຈດ​​ຕະ​ນາ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ລະ​ຫວ່າງ​ສອງ​ປະ​ເທດ​ເຄັ່ງ​ຕຶງ​ຂຶ້ນ ແລະໄດ້​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້. ໃນ​ເຫດ​ຍິງ​ປະ​ທະ​ກັນ​ໃນ​ວັນ​ທີ 8 ກໍ​ລະ​ກົດ​ນີ້, ປາ​ກິ​ສະ​ຖານ​ມີ​ແຕ່​ຕອບ​ໂຕ້​ການ​ຍິງ​ປືນ "ໂດຍ​ບໍ່​ມີ​ເຫດ​ຜົນ" ຂອງ​ອິນ​ເດຍ​ເທົ່າ​ນັ້ນ.

ສື່ມວ​ນ​ຊົນ​ປາ​ກິ​ສະ​ຖານ​ລາຍ​ງານ​ວ່າ, ວັນ​ທີ 8 ກໍ​ລະ​ກົດ​ນີ້, ທະ​ຫານ​ອິນ​ເດຍ​ໄດ້​ຍິງ​ປືນ "ໂດຍ​ບໍ່​ມີ​ເຫດ​ຜົນ" ​ໃສ່ເບື້ອງ​ປາ​ກິ​ສະ​ຖານ​ຢູ່​ໃກ້​ເສັ້ນ​ຄວບ​ຄຸມ​ຕົວ​ຈິງ​ກັ​ສ​ເມຍ ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ປາ​ກິ​ສະ​ຖານ​ເສຍ​ຊີ​ວິດ 5 ຄົນ. ຫຼັງ​ຈາກ​ນັ້ນ, ທະ​ຫານ​ປາ​ກິ​ສະ​ຖານ​ໄດ້​ຍິງ​ຕອບ​ໂຕ້​ຄືນ ແລະ​ສົ່ງ​ຜົນ​ເຮັດ​ໃຫ້​ທະ​ຫານ​ອິນ​ເດຍ​​ເສຍ​ຊີ​ວິດ​ແລະ​ບາ​ດ​ເຈັບຈຳ​ນວນ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ