ແອນ​ນີ ດິບ​ຢາ ຫົວ​ໜ້າ​​ຈຸບິນ​ເພດ​ຍິງ​ເຮືອ​ບິນໂບ​ອິງ 777 ທີ່​ໜຸ່ມ​ທີ່​ສຸດ​ໃນ​ໂລກ
2017-07-14 15:41:09  cri 

​ນາງ​ແອນ​ນີ ດິບ​ຢາ ອາ​ຍຸພຽງ 30 ປີ ໄດ້​ກາຍ​ເປັນ​ຫົວ​ໜ້າ​​ຈຸ​ບິນ​ເພດ​ຍິງ​ເຮືອ​ບິນ​ໂບ​ອິງ 777 ທີ່​ໜຸ່ມ​ທີ່​ສຸດ​ໃນ​ໂລກ. ນາງ​ແອນ​ນີ​ເຕີບ​ໃຫຍ່​ຢູ່ລັດ​ອັນ​ດ​ຣາ​ອິນ​ເດຍ. ໃນ​ເວ​ລາອາ​ຍຸ 17 ປີ, ນາງ​ແອນ​ນີ​ກໍ​ເລີ່ມ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ນັກ​ບິນ. ເຖິງວ່າ​ພໍ່​ແມ່​ສະ​ໜັບ​ສະ​ໜູນ​ນາງກໍ​ຕາມ, ແຕ່​ສະ​ມາ​ຊິກ​ຄອບ​ຄົວ​ອື່ນໆ​ລ້ວນ​ແຕ່​ຄັດ​ຄ້ານ​ການ​​ເລືອກ​ອາ​ຊີບ​ຂອງ​​ນາງ. ໂດຍ​ຜ່ານ​ການ​ສູ້​ຊົນ​ຂອງ​ຕົນ​ແລ້ວ, ນາງ​ມີ​ໂອ​ກາດ​ໄປ​ຮຽນ​ຢູ່​ໂຮງ​ຮຽນ​ການ​ບິນ Indira Gandhi Rashtriya Uran Akademi ຂອງ​ລັດ​ພາກ​ເໜືອ​ອິນ​ເດຍ. ການ​ບັນ​ລຸ​ຄວາມ​ຝັນ​ຂອງ​ຕົນ​ໄດ້​ເຮັດ​ໃຫ້​ເກືອບ​ໝົດ​ທຸກ​ຄົນ​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ນາງ. ແຕ່​ນາງ​ແອນ​ນີ​ບໍ່​ພຽງ​ແຕ່​ເປັນ​ນັກ​ບິນ​ເທົາ​ນັ້ນ. ​ນາງຍັງ​ເປັນ​ມື​ຄີ​ບອດ, ນັກ​ເຕັ້ນ ແລະ​ຮຽນ​ຈົບ​ປະ​ລິນ​ຍາ​ໂທ​ກົດ​ໝາຍ​ອີກ​ດ້ວຍ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ