ປະ​ທາ​ນາ​ທິ​ບໍ​ດີອິນ​ໂດ​ເນ​ເຊຍ​ອອກ​ລັດ​ຖະ​ດຳ​ລັດ​ເພື່ອ​ເປັນຫຼັກ​ອ້າງ​ອີງ​ດ້ານ​ກົດ​ໝາຍ​ໃຫ້​ແກ່​ການ​ຍຸບ​ອົງ​ການ​ຫົວ​ຮຸນ​ແຮງ
2017-07-14 16:16:36  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ໂຈ​ໂຄ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ ໄດ້​​ອອກ​ລັດ​ຖະ​ດຳ​ລັດ​ເລກ​ທີ 2 ຂອງ​ປີ 2017 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ເພື່ອ​ເຂົ້າ​ມາ​ແທນ​ລັດ​ຖະ​ດຳ​ລັດ​ທີ່​ປະ​ກາດ​ໃຊ້​ໃນ​ປີ 2013. ອີງ​ຕາມ​ລັດ​ຖະ​ດຳ​ລັດ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ເລກ​ທີ 13 ຂອງ​ປີ 2013, ການ​ຍຸບ​ອົງ​ການ​ຈັດ​ຕັ້ງ​ສັ​ງ​ຄົມ​ກຸ່ມ​ໜຶ່ງ ຕ້ອງ​ຜ່ານ​ຂັ້ນ​ຕອນ​ຕ່າງໆ​ເຊັ່ນ: ເກ່ຍ​ກ່ອມ 3 ເທື່ອ, ຕັກ​ເຕືອນ​ເປັນ​ລາຍ​ລັກ​ອັກ​ສອນ ແລະ​ຢຸດ​ຕິ​ກິດ​ຈະ​ກຳ​ຊົ່ວ​ຄາວ​ເປັນ​ຕົ້ນ. ຖ້າ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້ ກໍ​ຕ້ອງ​ຜ່ານ​ການ​ອະ​ນຸ​ມັດ​ຈາກ​ສານ, ແລະລັດ​ຖະ​ບານ​ຈຶ່ງ​ສາ​ມາດ​ຍຸບ​ໄດ້.

    ອີງ​ຕາມ​ລັດ​ຖະ​ດຳ​ລັດ​ໃໝ່, ໃນ​ຕໍ່​ໜ້າ, ກະ​ຊວງ​ຍຸດ​ຕິ​ທຳ​ແລະ​ສິດ​ທິ​ມະ​ນຸດ​ອິນ​ໂດ​ເນ​ເຊຍ ຈະ​ມີ​ສິດ​ຍຸບ​ອົງ​ການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງ​ຂອງ​ປະ​ຊາ​ຊົນ​ທີ່​ລະ​ເມີດຫຼັກ​ການ​ຂອງ​ການ​ສະ​ຖາ​ປະ​ນາ​ປະ​ເທດ​ແລະ​ລັດ​ຖະ​ທຳ​ມະ​ນູນ. ທ່ານ ວີ​ຣານ​ໂຕ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເມືອງ, ກົດ​ໝາຍ​ແລະ​ຄວາມ​ໝັ້ນ​ຄົງ​ອິນ​ໂດ​ເນ​ເຊຍ ໄດ້​ອະ​ທິ​ບາຍ​ລັດ​ຖະ​ດຳ​ລັດ​ດັ່ງ​ກ່າວ​ໃນ​ການ​ຖະ​ແຫຼງ​​ໃນຂ່າວ​ວັນ​ທີ 12 ກໍ​ລະ​ກົດ​ນີ້ວ່າ, ດຳ​ລັດ​ສະ​ບັບ​ໃໝ່​ນີ້​ຈະ​ກາຍ​ເປັນ​ກົດ​ໝາຍ​ຂອງ​ຊາດຫຼັງ​ການ​ປຶກ​ສາ​ຫາ​ລື​ແລະ​ຜ່ານ​ຈາກ​ສະ​ພາ​ແຫ່ງ​ຊາດ.

    ວັນ​ທີ 8 ພຶດ​ສະ​ພາ​ຜ່ານ​ມາ, ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ ໄດ້​ປະ​ກາດ​ຍຸບ​ແນວ​ໂຮມ​ປົດ​ປ່ອຍ​ອິ​ສ​ລາມ ຫຼື HTI ໂດຍ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ດັ່ງ​ກ່າວ​ໄດ້​ຂົ່ມ​ຂູ່​ຄວາມ​ໝັ້ນ​ຄົງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຊາດ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ