ຈັດ​ງານ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ "ຈີນ​ທີ່​ສວຍ​ງາມ" ຢູ່​ພະ​ນົມ​ເປັນ
2017-07-14 16:18:15  cri 
    ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ ໄດ້​ຈັດ​ງານ​ໂຄ​ສະ​ນາໃນ​ຫົວ​ຂໍ້ "ຈີນ​ທີ່​ສວຍ​ງາມ" ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້ ເພື່ອ​ແນະ​ນຳ​ຊັບ​ພະ​ຍາ​ກອນ​ແລະ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຂອງ​ຈີ​ນ​ສູ່​ລັດ​ຖະ​ບານ, ອົງ​ການ​ທ່ອງ​ທ່ຽວ ແລະ​ປະ​ຊາ​ຊົນ​​ກຳ​ປູ​ເຈຍ. ງານ​ໂຄ​ສະ​ນາ​ດັ່ງ​ກ່າວ​ໄດ້​ດຶງ​ດູດຕົວແທນ​ຈາກ​ບໍ​ລິ​ສັດ​ທ່ອງ​ທ່ຽວ, ບໍ​ລິ​ສັດ​ການ​ບິນ ແລະ​ສື່ມວນ​ຊົນ​ຮ້ອຍກວ່າ​ແຫ່ງ​ຂອງ​ກຳ​ປູ​ເຈຍ​ເຂົ້າ​ຮ່ວມ. ໃນ​ງານ​ຄັ້ງ​ນີ້, ​ຜູ້​ປະ​ກອບ​ການ​ທ່ອງ​ທ່ຽວ​ຈາກ 10 ແຂວງ, ກຳ​ແພງ​ນະ​ຄອນ​ແລະ​ເຂດ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ ໄດ້​ແນະ​ນຳ​ເອ​ກະ​ລັກ​ດ້ານ​ການ​ທ່ອ​ງ​ທ່ຽວ​ຂອງ​ທ້ອງ​ຖິ່ນ​ຕົນ.

    ທ່ານ ທອງ​ຄົນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ​ກຳ​ປູ​ເຈຍ​ກ່າວ​ວ່າ, ກຳ​ປູ​ເຈຍ​ແລະ​ອາ​ຊຽນ ຖື​ເອົາ​ຈີນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແລະເປັນຕະຫຼາດ​ທີ່​ສຳ​ຄັນ​ທີ່​ສຸດ, ອະ​ນາ​ຄົດ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​​ກຳ​ປູ​ເຈຍ ບໍ່​ສາ​ມາດແຍກ​ອອກ​ຈາກ​ນັກ​ທ່ອງ​ທ່ຽວ​ແລະ​ນັກ​ລົງ​ທຶນ​ຂອງ​ຈີນ​ໄດ້ຢ່າງ​ເດັດ​ຂາດ.

    ທ່ານ ທັນ​ສິງເຊິ່ງ ອຸ​ປະ​ທູດ​ຊົ່ວ​ຄາວ​ຂອງ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ, ປີນີ້​ແມ່ນ​ປີ​ຮ່ວມ​ມື​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ, ຫວັງ​ວ່າ ງານ​ໂຄ​ສະ​ນາ​ຄັ້ງ​ນີ້ ຈະ​ສາ​ມາດ​ເຮັດ​ໃຫ້​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຊອກ​ຮູ້​ຈີນຫຼາຍກວ່າ​ເກົ່າ, ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ລົງ​ທຶນ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ປະ​ເທດ ​ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ການຊຸກ​ຍູ້​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ອາ​ຊຽນ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ