ໃນ 6 ເດືອນຕົ້ນ​ປີນີ້​ມີນັກ​ຂ່າວ 50 ຄົນ​ເສຍ​ຊີ​ວິດ​
2017-07-14 16:19:43  cri 
    ຂະ​ບວນ​ການ​ສັນ​ຍະ​ລັກ​ຂ່າວ ທີ່​ເປັນ​ອົງ​ການ​ສັງ​ເກດ​ສື່​ມວນ​ຊົນ​ທີ່​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ເຊີ​ແນວ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ 13 ກໍ​ລະ​ກົດ​ນີ້​ວ່າ, ໃນ​ 6 ເດືອນ​ຕົ້ນ​ປີນີ້ ໃນ​ທົ່ວ​ໂລກ​ມີ​ນັກ​ຂ່າວ 50 ຄົນ​ເສຍ​ຊີ​ວິດ​ໃນ​​ໜ້າ​ທີ່ວຽກ​ງານ ເຊິ່ງ​ໄດ້ຫຼຸດ​ລົງ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2016 ຜ່ານ​ມາ​ທີ່​ມີ 74 ຄົນ.

    ຕາມ​ສະ​ຖິ​ຕິ​ຂອງ​ອົງ​ການ​ດັ່ງ​ກ່າວ, ໃນ​ນັກ​ຂ່າວຈຳ​ນວນ 50 ຄົນ​ທີ່​ເສ​ຍ​ຊີ​ວິດ​ໃນ​​ໜ້າ​ທີ່ວຽກ​ງານ 6 ເດືອນ​​ຕົ້ນ​ປີນີ້, ຫຼາຍກວ່າ​ເຄິ່ງ​ໜຶ່ງ​ຢູ່ 4 ປະ​ເທດ, ໃນ​ນັ້ນ ຢູ່​ແມັກ​ຊິກ​ມີ​ນັກ​ຂ່າວ 9 ຄົນ​ຖືກ​ສັງ​ຫານ, ຢູ່​ອັ​ຟ​ກາ​ນີ​ສະ​ຖານ 7 ຄົນ, ຢູ່ອີ​ຣັກ 6 ຄົນ​ແລະ​ຢູ່​ປາ​ກິ​ສະ​ຖານ 5 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ