ຈີນ-ສ​ປ​ປ​ເກົາຫຼີ​ຮັກ​ສາການ​ພົວ​ພັນ​ການ​ຄ້າ​ປົກ​ກະ​ຕິນັ້ນ​ບໍ່​ໄດ້​ລະ​ເມີດ​ມະ​ຕິ​ສະ​ພາ​ຄວາມ​ໝັ້ນ​ຄົງ
2017-07-14 16:21:13  cri 
    ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ເມື່ອ​ວັນ​ທີ 13 ກໍ​ລະ​ກົດ​ນີ້​ວ່າ, ການ​ຂວ້ຳ​ບາດ​ສ​ປ​ປ​ເກົາຫຼີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ບໍ​ແມ່ນ​ການ​ຂວ້ຳ​ບາດ​ທາງ​ເສ​ດ​ຖະ​ກິດ​ຮອບ​ດ້ານ, ການ​ທີ່​ຈີນ​ແລະ​ສ​ປ​ປ​ເກົາຫຼີ​ຮັກ​ສາ​ການ​ຄ້າ​ທີ່​ເປັນ​ປົກ​ກະ​ຕິນັ້ນ ບໍ່​ໄດ້​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ.

    ກົມ​ໃຫຍ່​ດ່ານ​ພາ​ສີ​​ຈີນໄດ້​ເປີດ​ເຜີຍ​ຂໍ້​ມູນ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນວ່າ, ມູນ​ຄ່າ​ນຳ​ເຂົ້າສິນ​ຄ້າ​ຈາກ​ສ​ປ​ປ​ເກົາຫຼີ​ຂອງ​ຈີນ​ໃນ 6 ເດືອນ​ຕົ້ນ​ປີນີ້ ບັນ​ລຸ 2 ຕື້ 550 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 10,5% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ ເກີງ​ສວງ ກ່າວ​ວ່າ, ຈີນ​ແລະ​ສ​ປ​ປ​ເກົາຫຼີ​ເປັນ​ປ​ະ​ເທດ​ໃກ້​ຄຽງ, ແລະ​ໄດ້​ຮັກ​ສາ​ການ​​ພົວ​ພັນ​ດ້າ​ນ​ການ​ຄ້າ​ທີ່​ເປັນ​ປົກ​ກະ​ຕິ​ນຳ​ກັນ​ມາ​ໂດຍ​ຕະຫຼອດ. ມະ​ຕິ​ເລກ​ທີ 2321 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ລະ​ບຸ​ວ່າ, ຖ້າ​ຫາກວ່າ​ສ​ປ​ປ​ເກົາຫຼີ​ສົ່ງ​ອອກ​ເຫຼັກ​ກ້າ​ແລະ​ຫີນ​ເຫຼັກ​ເພື່ອ​ຈຸດ​ປະ​ສົງ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ແລະ​ບໍ່​ກ່ຽວ​ພັນ​ເຖິງ​ການ​ສ້າງ​ຜົນ​ກຳ​ໄລ​ໃຫ້​ແກ່​ແຜນ​ການ​ນິວ​ເຄ​ລຍ​ແລະ​ຂີ​ປະ​ນາ​ວຸດ​ແລ້ວ, ຈ​ະ​ບໍ່​ຖືກ​ຂວ້ຳ​ບາດ. ສະ​ນັ້ນ, ຈີນ​ຮັກ​ສາ​ການພົວ​ພັນ​ດ້ານ​ການ​ຄ້າ​ທີ່​ເປັນ​ປົກ​ກະ​ຕິ​ກັບ​ສ​ປ​ປ​ເກົາຫຼີນັ້ນ ບໍ່​ໄດ້​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ