ເນ​ປານ​ຈະ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ຂອງ​ຈີນ
2017-07-14 16:23:05  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ໂຊວັນ ອາ​ດີ​ຄາ​ຣີ ໂຄ​ສົກ​ຂອງ​ໂທ​ລະ​ຄົມ​ເນ​ປານກ່າວ​ໃນ​ຕົ້ນ​ເດືອນ​ກໍ​ລະ​ກົດ​ນີ້​ວ່າ, ປະ​ເທດ​ຕົນ​ຈະ​ເຊື່ອມ​ຕໍ່​ກັບສາຍ​ໃຍ​ແສງ​ຂອງ​ຈີນ​ໃນ​ເດືອນ​ສິ​ງ​ຫາ​ໜ້ານີ້ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ເຊື່ອມ​ຕໍ່​ກັບ​ອິນ​ເຕີ​ເນັດ​ສາ​ກົນ​ໂດຍ​ຜ່ານ​ຈີນ.

    ກ່ອນ​ໜ້ານີ້, ອິນ​ເຕີ​ເນັດ​ຂອງ​ເນ​ປານ ຕົ້ນ​ຕໍ​ແມ່ນ​ເຊື່ອມ​ຕໍ່​ກັບ​ອິນ​ເດຍ​ໂດຍ​ຜ່ານ​ຕົວ​ເມືອງ​ຕ່າງໆ​ຢູ່​ພາກ​ໃຕ້ ເຊັ່ນ​: ສິດ​ດີ​ທາ​ນາ​ກາ ແລະ ບິ​ເອີ​ກູນ​ເຈ​ເປັນ​ຕົ້ນ.

    ຂ່າວ​ແຈ້ງວ່າ, ພາຍຫຼັງ​​ສາຍໃຍ​ແສງ​ຂອງ​ຈີນ​ແລະ​ເນ​ປານ​ເຊື່ອມ​ຕໍ່​ກັນ​ແລ້ວ, ເນ​ປານ​ຈະ​ມີ​ສິດ​ຄັດ​ເລືອກ​ຢ່າງ​ເປັນ​ເຈົ້າ​ການຫຼາຍກວ່າ​ເກົ່າ, ຂະ​ນະ​ດຽວ​ກັນ ກໍ​ຈະ​ໄດ້​ຮັບ​ການ​ບໍ​ລິ​ການ​ອິນ​ເຕີ​ເນັດ​ລາ​ຄາ​ຖືກວ່າ​ເກົ່​າ​ແລະ​ໄວ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ