ກອງ​ປະ​ຊຸມ​ສຳ​ມະ​ນາ "ການ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ​ແລະ​​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ"​ຈັດ​ຂຶ້ນ​ຢູ່​ຈາ​ກາ​ຕາ
2017-07-15 16:12:39  cri 
ກອງ​ປະ​ຊຸມ​ສຳ​ມະ​ນາ "ການ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ​ແລະ​​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ"​ໂດຍ​ຄະ​ນະການທູດ​ຈີນ​ປະ​ຈຳ​ອາ​ຊຽນ​ແລະ​ສູນ​ຄົ້ນ​ຄວ້າ​ອາ​ຊຽນ​ມະ​ຫ​າ​ວິ​ທະ​ຍາ​ໄລ​ອິນ​ໂດ​ເນ​ເຊຍ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໄດ້​ໄຂ​ຂຶ້ນ​ຢູ່​​ນະ​ຄອນຫຼວງຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ 14 ກໍ​ລະ​ກົດ​ນີ້.

ທ່ານ​ສູ​ປູ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ປາ​ໄສ​ໃນ​ພິ​ທີ​ເປີດ​ກອງ​ປະ​ຊຸມສຳ​ມະ​ນາ​ດັ່ງ​ກ່າວ​ໂດຍ​ເນັ້ນ​ວ່າ ນັບ​ແຕ່​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ເມື່ອ​ປີ 1991 ເປັນ​ຕົ້ນ​ມາ, ສາຍ​ພົວ​ພັນ​ທາງ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ກໍ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່ຫຼວງ. ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ສາຍ​ພົວ​ພັນ​ທີ່​ເຂັ້ມ​ແຂງ​ແລະ​ຂະ​ຫຍາຍ​ຕົວ​ໄວກວ່າ​ໝູ່​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ບັນ​ດາ​ຄູ່​ເຈ​ລະ​ຈາ. ປີ​ໜ້າ​ຈະ​ເປັນ​ປີ​ຄົບ​ຮອບ 15 ປີ​ແຫ່ງ​ການ​ສ້າງສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ, ຖື​ວ່າ ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຢູ່​ຈຸດ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ທີ່​ສືບ​ທອດ​ວຽກ​ງານ​ອັນ​ເກົ່າ​ແລະ​ພັດ​ທະ​ນາ​ວຽກ​ງານ​ອັນ​ໃໝ່.

ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ, ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ​ໄດ້ຕັ້ງ​ໜ້າ​ຕີ​ລາ​ຄາຜົນ​ສຳ​ເລັດ​ຂອງ​​ການ​ເສີມ​ຂະ​ຫຍາຍສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໂດຍ​ເປັນ​ເອ​ກະ​ພາບ​ກັນ​ວ່າ ໃນ​ສະ​ຖາ​ນະ​ການ​ໃໝ່, ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ສື່​ສານ​ກັນ​ທາງ​ຍຸດ​ທະ​ສາດ​ຕື່ມ​ອີກ, ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃຫ້​ເໝາະ​ສົມ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ, ເປີດກວ້າງ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,ສະ​ຖຽນ​ລະ​ພາບກັບ​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.
ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ຊ່ຽ​ວ​ຊານ,ນັກ​ວິ​ຊາ​ການ​ແລະ​ຜູ້​ແທນ​ສື່ມວນ​ຊົນ​ຈາກ ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ 120 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ