ກຳ​ປູ​ເຈຍ​ຫວັງ​ສ້າງ​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃຫ້​ເປັນ​ຕົວ​ເມືອງ​ສະ​ມາດ
2017-07-15 16:14:00  cri 
ທ່ານ​ຕ​ຣຳ​ ອິບ ເທັກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໄປ​ສະ​ນີ​ກຳ​ປູ​ເຈຍ​ຢືນ​ຢັນ​ໃນ​​ວັນ​ທີ 14 ກໍ​ລະ​ກົດ​ນີ້​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ວ່າ: ປະ​ເທດ​ຕົນ​ຫວັງ​ນຳ​ໃຊ້​ອຸ​ປະ​ກອນໂທ​ລະ​ຄົມ​ທີ່​ກ້າວ​ໜ້າ​​ທັນ​ສະ​ໄໝແລະ​ແຜນ​​ການ​ທີ່​ດີ​ຂອງ​ບໍ​ລິ​ສັດໂທ​ລະ​ຄົມ​ມະ​ນາ​ຄົມ​ຈົ່ງ​ຊິງຈຳ​ກັດ(ZTE)​ຂອງ​​ຈີນນັ້ນ​ເຂົ້າ​ໃນ​ການ​ເພີ່ມ​ຄວາມ​ສາ​ມາດ​ແກ້​ໄຂ​ເຫດ​ການ​ສຸກ​ເສີນ​ໃນ​ຕົວ​ເມືອງ​ເພື່ອ​ສ້າງ​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃຫ້​ເປັນ​ຕົວ​ເມືອງ​ສະ​ມາດ(Smart Cities)

​ໂອ​ກາດ​ຊົມ​​ຫ້ອງ​ວາງ​ສະ​ແດງ​ຂອງ​ບໍ​ລິ​ສັດ ZTE ​ໃນ​ງານ​ວາງ​ສະ​ແດງ​ເສດ​ຖະ​ກິດ​ເຕັກ​ນິກ​ປ​ະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ2017, ທ່ານ​ຕ​ຣຳ ອິບ ເທັກໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ການ​ປະ​ຍຸກ​ແລະ​ຜົນ​ສຳ​ເລັດ​ຂອງ​ບໍ​ລິ​ສັດ​​ດັ່ງ​ກ່າວ​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ ຕົວ​ເມືອງ​ສະ​ມາດ,ຄວາມ​ໝັ້ນ​ຄົງ​ສາ​ທາ​ລະ​ນະ,ສູນ​ຂໍ້​ມູນ, ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ສະ​ມາດ, ການ​ສຶກ​ສາ​ສະ​ມາດ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຂອງວິ​ສາ​ຫະ​ກິດ​ແລະ​ອື່ນໆ ທັງ​ໄດ້​ສຳ​ຜັດ​ກັບ​ຄວາມ​ກ້າວ​ໜ້າ​ທັນ​ສະ​ໄໝຂອງ​ລະ​ບົບ​ໂທ​ລະ​ຄົມ​ສະ​ເພາະ​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ຕ່າງໆ​ຂອງ​ບໍ​ລິ​ສັດ ZTE.

ໂອ​ກາດ​ດັ່ງ​ກ່າວ, ທ່ານ​ຊ້ຽງ​ຕີ້​ກ່າງ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍລິ​ສັດ ZTE ປະ​ຈຳ​ກຳ​ປູ​ເຈຍ​ຍັງ​ໄດ້ແນະ​ນຳ​ໃຫ້​ທ່ານ​ຕ​ຣຳ​ ອິບ ເທັກ​​ຮູ້​ເຖິງ​ແຜນ​ການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ສະ​ເພາະ​ລັດ​ແລະ​ວິ​ສາ​ຫະ​ກິດ​ທີ່​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ກຳ​ປູ​ເຈຍ​ເຊິ່ງ​ອອກ​ແບບ​ໂດຍ​ບໍ​ລິ​ສັດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ