ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ຖື​ກ​ກ່າວຫາ​ທາງ​ອາຍາ​ຍ້ອນ​ຄະ​ດີຕຳ​ຫຼວດພິ​ເສດ 44 ຄົນ​ເສຍ​ຊີ​ວິດ​ເມື່ອ​ປີ 2015
2017-07-15 14:40:03  cri 
ວັນ​ທີ 14 ກໍ​ລະ​ກົດ​ນີ້, ຫ້ອງ​ການ​ເຈົ້າ​ໜ້າ​ທີ່​ສຳ​ຫຼວດ​ຂອງ​ລັດ​ຖະ​ບານ​ຟີ​ລິບ​ປີນ​ໄດ້​ກ່າວ​ຫາ​ທ່ານ​ອາ​ກີ​ໂນ III, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ທາງ​ອາ​ຍາ.

ຫ້ອງ​ການ​ດັ່ງ​ກ່າວ​ຊີ້​ໃຫ້​ເຫັນ​ວ່າ, ປີ 2015, ທ່ານ​ອາ​ກີ​ໂນ III ອະ​ນຸ​ມັດ​ໃຫ້​ອະ​ດີດ​ຜູ້​ບັນ​ຊາ​ການ​ໃຫຍ່​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຟີ​ລິບ​ປີນ​ທີ່ຖືກ​ປົດ​ຕຳ​ແໜ່ງ​ຍ້ອນ​ການສໍ້​ລາດ​ບັງ​ຫຼວງ​ເຂົ້າ​ຮ່ວມ​ການ​ວາງ​ແຜນ​​ຈັບ​ພວກ​ກໍ່​ການ​ຮ້າຍ​ຢູ່​ເມືອງ​ມະ​ມະ​ຊະ​ພະ​ໂນ​ທີ່​ພາກ​ໃຕ້​ຟີ​ລິບ​ປີນ, ໄດ້​ລະ​ເມີດ "ກົດ​ໝາຍ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ", ນອກນັ້ນ​ການ​ກະ​ທຳ​ຂອງ ທ່ານ​ອາ​ກີ​ໂນ III ໄດ້​ລະ​ເມີດ​​ຂັ້ນ​ຕອນ​ບັນ​ຊາ​ການ​ທີ່​ປົກ​ກະ​ຕິ, ​ຖືກ​ສົງ​ໄສວ່າ​ໃຊ້​ສິດ​ອຳ​ນາດ​ເກີດ​ຂອບ​ເຂດ.

ຜູ້​ຖືກ​ກ່າວ​ຫາ​ນັ້ນ​ຍັງ​ລວມ​ທັງ​ທ່ານ ອາ​ລັນ ປຸ​ຣິ​ຊິ​ມາ ອະ​ດີດ​ຜູ້​ບັນ​ຊາ​ການ​ໃຫຍ່​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຟີ​ລິບ​ປີນ​ແລະ​ທ່ານ​ກິ​ທຸ​ລິ​ໂອ ນະ​ເປ​ນັ​ສ ອະ​ດີດ​ຜູ້​ບັນ​ຊາ​ການ​ກອງ​ຕະ​ຫຼວດ​ພິ​ເສດ.

ວັນ​ທີ 25 ມັງ​ກອນ​ປີ 2015, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຟີ​ລິບ​ປີນ​ປະ​ມານ 400 ຄົນ​ໄດ້​ເຂົ້າ​ສູ່​ເມືອງ​ມະ​ມະ​ຊະ​ພະ​ໂນ​ແຂວງ​ມາ​ກິນ​ດາ​ນາວ​ທີ່​ພາກ​ໃຕ້ຟີ​ລິບ​ປີນ​ເພື່ອໄລ່​ຈັບ​​ຜູ້​ກໍ່​ການ​ຮ້າຍ 2 ຄົນ, ຖືກ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ທ້ອງ​ຖິ່ນ​ໂຈມ​ຕີ, ເຮັດ​ໃຫ້ຕຳ​ຫຼວດ​ພິ​ເສດ 44 ຄົນ​ແລະ​ປະ​ຊາ​ຊົນ 5 ຄົນ​ເສຍ​ຊີ​ວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ