ສູນ​ການ​ຄ້າ​ສາ​ກົນ​ຊັ່ງ​ຈ່ຽງ​ເກີດ​​ໄຟ​ໄໝ້​ຮ້າ​ຍ​ແຮງ
2017-07-15 13:11:46  cri 
​ຕອນ​ຫົວ​ຄ່ຳວັນ​ທີ 14 ກໍ​ລະ​ກົດ​ນີ້, ​ສູນ​ການ​ຄ້າ​ສາ​ກົນ​ຊັ່ງ​ຈ່ຽງ ທີ່​ມີ​ພໍ່​ຄ້າ​ຊາວ​ຂາຍ​ຈີນຫຼາຍ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ໄດ້​ເກີດ​ໄຟ​ໄໝ້​ຮ້າຍ​ແຮງ ແລະ​ເຮັດ​ໃຫ້​ພໍ່​ຄ້າ​ຊາວ​ຂາຍ​ປະ​ສົບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ. ພາຍຫຼັງ​ເກີດ​ໄຟ​ໄໝ້​ແລ້ວ, ທະ​ຫານ, ຕຳຫຼວດ, ຕຳຫຼວດ​ດັບ​ເພີງ ແລະ​ແພດ​ໝໍ​ກອບ​ກູ້​ໄດ້​ມຸ່ງ​ໜ້າ​ໄປ​​ສູນ​ການ​ຄ້າ​ສາ​ກົນຊັ່ງ​ຈ່ຽງ. ແຕ່​ຍ້ອນ​ວ່າ​ໄຟ​ໄໝ້​ແຮງຫຼາຍ, ຈະ​ບໍ່​ສາ​ມາດ​ດັບ​ໄຟ​ໄດ້. ພາຍຫຼັງ​ໄໝ້​ລາມ​ເປັນ​ເວ​ລາ 3 ຊົ່ວ​ໂມງ​ປາຍ ໄຟ​ຈິ່ງ​ຄ່ອຍ​ລົງ. ຍ້ອນ​ວ່າ​ເວ​ລາ​ເກີດ​ໄຟ​ໄໝ້​ຖື​ກ​ກັບ​ເວ​ລາ​ປິດ​ຕະຫຼາດ, ບໍ່​ມີ​ຄົນ​ຄ້າງ​ຢູ່​ໃນ​ຕະຫຼາດ. ມາ​ຮອດ​ເວ​ລາ​ອອກ​ຂ່າວ, ຍັງ​ບໍ່​ມີ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຜູ້​ເສຍ​ຊີ​ວິດຫຼື​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ