ທ່ານ​ທຣຳ​ແຕ່ງຕັ້ງ​ທີ່​ປຶກສາ​ກົດໝາຍ​ພິ​ເສດ​ເພື່ອ​ຮັບ​ມື​ກັບ​ການ​ສື​ບສວນ​ເຫດການ "ສົມຮູ້​ຮ່ວມ​ຄິດ​ກັບຣັດ​ເຊຍ"
2017-07-16 16:56:46  cri 

ທຳ​ນຽບຂາວ​ອາ​ເມ​ລິ​ກາ​​ເປີດ​ເຜີຍ​ໃນ​ວັນ​ທີ 15 ກໍລະກົດ​ນີ້​ວ່າ ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ປະ​ເທດ​ຕົນ ​ໄດ້​ແຕ່ງຕັ້ງທ່ານ​ໄຕ ຄົບ ​ເປັນ​ທີ່​ປຶກສາກົດໝາຍປະຈຳ​ທຳນຽບຂາວ​ເປັນ​ພິ​ເສດ. ຂະນະ​ທີ່​ສື່​ມວນ​ຊົນ​ອາ​ເມ​ລິ​ກາ ລາຍ​ງານ​ວ່າ: ທ່ານ​ໄຕ ຄົບ ຈະ​ຮັບຜິດຊ​ອບການ​ແກ້​ໄຂ​ບັນຫາ​ຕ່າງໆ​ໃນ​ການ​ສືບ​ສວ​ນ​ເຫດການ "ຣັດ​ເຊຍ​ແຊກ​ແຊງ​ການ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມ​ລິ​ກາ" ​ແລະ ​ເຫດການ "ສົມຮູ້​ຮ່ວມ​ຄິດ​ກັບຣັດ​ເຊຍ" ​ແທນ​ທຳນຽບຂາວ.

ທັງ​ນີ້, ​ເຫດການ "ສົມຮູ້​ຮ່ວມ​ຄິດ​ກັບຣັດ​ເຊຍ"  ​ໄດ້​ຖືກ​ຍົກ​ຂຶ້ນມາ​ອີກ​ຫວ່າງ​ມໍ່ໆ​ນີ້ ​ໂດຍ​ທ່ານ​ໂດ​ນັນ ຄຣຳ JR ລູກ​ຊາຍ​ກົກ​ຂອງ​ທ່ານ​ໂດ​ນັນ ທຣຳ ຖືກ​ເປີດ​ເຜີຍ​ວ່າ​ໄດ້​ພົບ​ປະ​ກັບ​ທະນາຍຄວາມຣັດ​ເຊຍ​ໃນ​ໄລຍະ​ເລືອກ​ຕັ້ງປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ປີຜ່ານມາ ​ເພື່ອ​​ໄດ້​ເອກະສານ​ທີ່​ບໍ່​ເປັນ​ຜົນ​ດີ​ຕໍ່​ທ່ານ​ນາງ​ຮິ​ວລາຣີ ຄລິນ​ຕັນ ຜູ້​ລົງສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ທີ່​ສັງ​ກັດ​ພັກດີ​ໂມ​ເກຼັດ ​ເຊິ່ງລັດຖະບານຣັດ​ເຊຍ​​ເປັນ​ຜູ້ສະໜອງ​.

ປັດຈຸບັນ, ທ່ານ​ໂຣ​ເບິດ ມູ​ເລີ ​ໄອ​ຍະ​ການ​ພິ​ເສດ​ສະຫະລັດ ທີ່​ແຕ່ງຕັ້ງ​ໂດຍ​ກະຊວງ​ຍຸຕິ​ທຳ ​ແລະ ໜ່ວຍ​ກວດກາ​ລັດຖະສະພາຫຼາຍໜ່ວຍ ພວມ​ສືບສວນ​ເຫດການ​ທີ່​ອົງການ​ຂ່າວ​ລັບ​ອາ​ເມ​ລິ​ກາ​ກ່າວຫາ​ທາ​ງການຣັດ​ເຊຍ​ແຊກ​ແຊງ​ການ​ເລືອກ​ຕັ້ງປະທານາ​ທິບໍດີ​ປະ​ເທດ​ຕົນ​ໃນ​ປີ 2016 ​ແລະ ລັດຖະບານຣັດ​ເຊຍ​ໄດ້​ພົວພັນ​ກັບ​ຄະນະ​ເລືອກ​ຕັ້ງຂອງທ່ານ​ທຣຳ ຫຼືບໍ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ