ສາຍ​ພັນ​ສັດ​ປະ​ເພດ​ຕ່າງໆຫຼຸດໜ້ອຍ​ລົງ​ຢ່າງຫຼວງຫຼາຍ​ເປັນ​ໄພ​ເຕືອນ​ເຖິງ​ການ​ສູນພັນ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ປະ​ເພດຕ່າງໆ
2017-07-16 17:00:02  cri 

ປັດຈຸບັນ, ​ໃນ​ໂລກ​ມີ​ສັດ​ຈຳພວກ​ທີ່​ມີ​ກະດູກ​ສັນຫຼັງ​ສູນພັນສອງ​ສາຍ​ພັນ​ຕໍ່​ປີ, ຂະນະ​ທີ່​ທຸກໆ​ຄົນ​ກໍ​ເຫັນ​ວ່າ ຄວາມ​ໄວ​ຂອງ​ການ​ສູນພັນ​ດັ່ງກ່າວ​ຍັງ​ບໍ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ລະບົບ​ນິ​ເວດ​ຂອງ​ໂລກ​ເທື່ອ, ​ແຕ່​ນັກຄົ້ນຄວ້າ​ຊາວ​ອາ​ເມ​ລິກາ​ແລະຊາວ​​ແມັກ​ຊິກ​ໄດ້ຜົນຫຼ້າສຸດ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ຄວາມ​ຄິດ​ເຫັນ​ຂອງ​ທຸກໆ​ຄົນ​ຄື​ດັ່ງກ່າວ ​ໄດ້​ເບິ່ງ​ຂ້າມທ່າອ່ຽງທີ່​ຈຳນວນ​ສາຍ​ພັນ​ສັດ​ປະ​ເທດ​ຕ່າງໆ​ໄດ້ຫຼຸດໜ້ອຍ​ລົງ​ຢ່າງ​ວ່ອງ​ໄວ, ລະດັບຄວາມໜັກ​ໜ່ວງ​ແຫ່ງ​ການ​ສູນພັນ​ຂອງ​ສິ່ງ​ທີ່​ມີ​ຊີວິດ ​ແລະ ຜົນ​ທາງ​ລົບຕ່າງໆ ທີ່​ກຳລັງ​ເກີດ​ຂຶ້ນ​ໃນ​ໂລກ​ປັດຈຸບັນ.

ນັກຄົ້ນຄວ້າ ຊີ້​ວ່າ: ສາຍ​ພັນ ​ແລະ ສິ່ງ​ທີ່​ມີ​ຊີວິດປະ​ເພດ​ຕ່າງໆ​ ໄດ້ສູນພັນ ພ້ອມ​ທັງ​ບ່ອນ​ຢູ່​ອາ​ໄສ​ຂອງ​ມັນ​ສູນ​ເສຍ​ໄປນັ້ນ ​ໄດ້​ມີ​ສ່ວນກ່ຽວ​ພັນ​ເຖິງຫຼາຍປັດ​ໄຈ ​ເປັນຕົ້ນ ບຸກ​ເບີກ​ພັດທະນາ​ເກີນ​ຂອບ​ເຂດ, ສິ່ງ​ທີ່​ມີ​ຊີວິດ​ປະ​ເພດ​ອື່ນໆ​ເຂົ້າລ່ວງ​ລ້ຳ, ມົນ​ລະ​ພິດສິ່ງ​ແວດ​ລ້ອມ​, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ​ອື່ນໆ ​ແຕ່​ສາ​ເຫດ​ຕົ້ນຕໍ ຄື ປະຊາກອນ​ເພີ່ມ​ຂຶ້ນຫຼາ​ຍໂພດ ທັງ​ບໍລິ​ໂພ​ກ​ເກີນ​ຂອບ​ເຂດ ມະນຸດ​ເຮົາ​ຄວນ​ມີ​ກາ​ນຄວບ​ຄຸມ​ຕໍ່​ບັນຫາ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ