AIIBຖືກປະເມີນໃນລະດັບຄວາມໜ້າເຊື່ອຖືສູງສຸດ
2017-07-16 15:14:38  cri 

ບໍລິສັດປະເມີນລະດັບຄວາມໜ້າເຊື່ອຖືສາກົນຟິດຣາຕິງສ໌ຈຳກັດໄດ້ປະກາດໃນຫວ່າງມໍ່ໆນີ້ວ່າ, ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຫຼື AIIB ໄດ້ຮັບການປະເມີນໃນລະດັບ AAA ທີ່ເປັນລະດັບສູງສຸດ ແລະ ປະເມີນອະນາຄົດໃນລະດັບຄວາມໝັ້ນທ່ຽງ.

ນີ້ແມ່ນ AIIB ໄດ້ຮັບການປະເມີນໃນລະດັບສູງສຸດອີກຄັ້ງໜຶ່ງຈາກໜຶ່ງໃນ 3 ອົງການປະເມີນລະດັບຄວາມໜ້າເຊື່ອຖືສາກົນຫຼັກໄດ້ຮັບການປະເມີນໃນລະດັບສູງສຸດຈາກບໍລິສັດມຸດິສ໌ຜ່ານມາເຄິ່ງເດືອນ.

ບໍລິສັດຟິດຣາຕິງສ໌ປະກາດວ່າ, ການປະເມີນເທື່ອນີ້ຢູ່ບົນພື້ນຖານທ່າແຮງຂອງ AIIB ທີ່ມີຢູ່ໃນປັດຈຸບັນແລະໃນຕໍ່ໜ້າ, ເຖິງຢ່າງໃດກໍດີ, ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີຫຼື AIIB ມີພື້ນຖານເງິນທຶນທີ່ດີ ເຊິ່ງຈະຊ່ວຍໃຫ້ກິດຈະກຳເງິນກູ້ຂະຫຍາຍຕົວຢ່າງວ່ອງໄວຕາມຄາດໝາຍ. ຂະນະທີ່ນະໂຍບາຍຕ່າງໆແລະການຄຸ້ມຄອງທີ່ມີຄຸນນະພາບສູງກໍຈະຫຼຸດຄວາມສ່ຽງໃຫ້ໜ້ອຍລົງ.

ທຶນຈົດທະບຽນຂອງທະນາຄານລົງທຶນພື້ນຖານໂຄງລ່າງອາຊີມີເຖິງ 100 ຕື້ໂດລາສະຫະລັດ ລວມທັງທຶນສະມາຊິກທີ່ຊຳລະແລ້ວ 20 ຕື້ໂດລາ ແລະ ຍັງບໍ່ໄດ້ຊຳລະ 80 ຕື້ໂດລາ. ນັບແຕ່ເລີ່ມເປີດບໍລິການເມື່ອເດືອນມັງກອນປີ 2016 ເປັນຕົ້ນມາ, ສະມາຊິກຂອງ AIIB ໄດ້ເພີ່ມຂຶ້ນເລື້ອຍໆ, ໄດ້ອະນຸມັດ 16 ໂຄງການລົງທຶນພື້ນຖານໂຄງລ່າງແລ້ວ ໂດຍມູນຄ່າການລົງທຶນມີເຖິງ 2 ຕື້ 500 ລ້ານໂດລາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ