ໂຄງ​ການ​ອຸ​ໂມງວາ​ລີ​ນີ​ທາງລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດົງ​ເລິ່ມ​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ&
2017-07-16 15:35:45  cri 

ວັນ​ທີ 15 ກໍ​ລະ​ກົດ​ນີ້, ພິ​ທີ​ເລິ່ມ​ກໍ່​ສ້າງໂຄງ​ການ​ອຸ​ໂມງວາ​ລີ​ນີ​ທາງລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດົງ​​ອິນ​ໂດ​ເນ​ເຊຍທີ່​ຮັບ​ເໝົາກໍ່​ສ້າງ​ໂດຍ​ກຸ່ມ​ເສັ້ນ​ທາງ​ລົດ​ໄຟ​ຈີນ​ຈຳ​ກັດ ຫຼື CREC ໄດ້​ຈັດ​ຂຶ້ນ​ຢູ່ວາ​ລີ​ນີ ແຂວງ​ຈາ​ວາ​ຕາ​ເວັນ​ຕົກ ​ໂດຍ​ທ່ານນາງ​ຣີ​ນີ ຊູ​ມາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງລັດ​ວິ​ສ​າ​ຫະ​ກິດ​ອິນ​ໂດ​ເນ​ເຊຍເຂົ້າ​ຮ່ວມ​.

​ອຸ​ໂມງວາ​ລີ​ນີ​ຕັ້ງ​ຢູ່​ຫຼັກ 95-96 ​ຕາມ​​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດົງ, ຍາວ 608 ແມັດ, ເປັນ​ອຸ​ໂມງ​ດຽວ, ເສັ້ນ​ທາງ​ລົດ​ໄຟໄປ​-ກັບ​ສອງ​ສາຍ, ຄາດ​ວ່າ​ຈະ​ສ້າງ​ສຳເລັດ​ພາຍ​ໃນ 1 ປີ.ໃນ​ພິ​ທີ​ເລິ່ມດັ່ງ​ກ່າວ, ​ທ່ານນາງ​ຊູມ​າ​ໂມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ວິ​ສາ​ຫະ​ກິດ​ຈີນທີ່ພະ​ຍາ​ຍາມ​​ເພື່ອກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດົງ, ແລະ​ໄດ້​ຍ້ອງ​ຍໍ​ລະ​ດັບ​ວິ​ຊາ​ການ​ຂອງ​ໜ່ວຍ​ກໍ່​ສ້າງ​ຂອງ​ຈີນ. ​ທ່ານກ່າວ​ວ່າ, ​ກະ​ຊວງລັດ​ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍ​ຈະ​​ສຸມ​ໃສ່ສະ​ໜັບ​ສະ​ໜູນ ແລະ ປະ​ສານ​ງານ​ການ​ກໍ່​ສ້າງ​ໂຄງ​ການ​ດັ່ງ​ກ່າວ,ທັງອຳ​ນວນ​ຄວາມ​ສະ​ດວກ​ຕ່າງໆ ​ເພື່ອຮັບ​ປະ​ກັນ​ໂຄງ​ການ​ສ້າງ​ສຳ​ເລັດຄາດ​ໝາຍ.

ທ່ານ​ຈ່າງ​ເຫວີຍ ຜູ້​ອຳ​ນວຍ​ການ​ໃຫຍ່​​ປະ​ຈຳໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​າ​ຕາ-ບັນ​ດົງ​ຈາກ CREC ກ່າວ​ວ່າ, ​ໂຄງ​ການອຸ​ໂມງວາ​ລີ​ນີ​ໄດ້​ມີ​ເງື່ອນ​ໄຂ​ຕ່າງໆ​ທີ່​ເລິ່ມ​ກໍ່​ສ້າງ​ແລ້ວ, ເຖິງວ່າ​ບໍ່​ແມ່ນ​ອຸ​ໂມງ​ຍາວ​ທີ່​ສຸດ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​​ກໍ​ຕາມ, ແຕ່​ການ​ກໍ່​ສ້າງ​ອຸ​ໂມງ​ແຫ່ງ​ນີ້​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຕົວ​ຢ່າງ ແລະ ເປັນ​ບົດ​ຮຽນ​ສຳ​ລັບ​ໂຄງ​ການ​ອຸ​ໂມງ​ອື່ນໆ.

ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດົງ​ຍາວ 142 ກິ​ໂລ​ແມັດ, ​ໂດຍ​ເຊື່ອມ​ຕໍ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ ແລະ ບັນ​ດົງ ​ຕົວ​ເມືອງ​ໃຫຍ່​ອັນ​ດັບ​ທີ 4 ຂອງ​ອິນ​ໂດ​ເນ​ເຊຍ, ຄວາມ​ໄວ​ສູງ​ສຸດ​ຕາມ​ການ​ອອກ​ແບບ​ແມ່ນ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ຈະ​ກໍ່​ສ້າງ 3 ປີ​ຕາມ​ແຜນ​ການ. ​ເມື່ອຮອດ​ເວ​ລາ​ນັ້ນ, ເວ​ລາ​ເດີນ​ທາງ​ຈາກ​ຈາ​ກາ​ຕາຮອດ​ບັນ​ດົງ​ຈະ​​ຫຼຸດຈາກ 3 ຊົ່ວ​ໂມງ​ໃນ​ປັດ​ຈຸ​ບັນ​ລົງ​​ເປັນ 40 ນາ​ທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ