ຈີນ​ເນັ້ນ​ຮັບ​ໃຊ້ເສດ​ຖະ​ກິດ​ຕົວ​ຈິງ,ປ້ອງ​ກັນ​ຄວາມ​ສ່ຽງ​​ ແລະ ລົງ​ເລິກ​ການ​ປະ​ຕິ​ຮູບດ້ານ​ການ​ເງິນ
2017-07-16 16:29:31  cri 

ກອງ​ປະ​ຊຸມ​ວຽກ​ງານ​ການ​ເງິ​ນ​ທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່ນະຄອນຫຼອງ​ປັກ​ກິ່ງ​ແຕ່​ວັນ​ທີ 14 ຫາ​ວັນ​ທີ 15 ກໍ​ລະ​ກົດ​ນີ້ ໂດຍທ່ານ​ສີ​ຈີ້ນ​ຜີງ ເລ​ຂາ​ທິ​ການ​ໃຫຍ່ຄະນະກຳມະການ​ສູນ​ກາງ​ພັກ​, ປະ​ທານ​ປະ​ເທດ, ປະ​ທານຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ປາ​ໄສສຳ​ຄັນ.

ທ່ານສີຈີ້ນຜີງ​ກ່າວເນັ້ນ​ວ່າ, ການ​ເງິນ​ແມ່ນ​ກຳ​ລັງ​ແຂ່ງ​ຂັນໃຈ​ກາງ​ອັນຂອງຊາດທີ່ສຳຄັນ, ຄວາມ​ໝັ້ນ​ຄົງດ້ານ​ການ​ເງິນ​ແມ່ນ​ພາກ​ສ່ວນປະກອບທີ່​ສຳ​ຄັນ​ຂອງ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ, ລະ​ບຽບ​ການ​ເງິນ​ແມ່ນ​ລະ​ບຽບ​ພື້ນ​ຖານທີ່​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ຕ້ອງ​ເພິ່​ມ​ທະ​ວີ​ການ​ນຳ​ພາຂອງພັກ​ຕໍ່​ວຽກ​ງານ​ການ​ເງິນ​, ຍຶດ​ໝັ້ນ​ທິດ​ທາງ​ທີ່​ກ້າວໜ້າໃນທ່າມກາງ​ຄວາມ​ໝັ້ນ, ເຄົາ​ລົບ​ກົດ​ເກນ​ການ​ພັດ​ທະ​ນາ​ການ​ເງິນ,ໂດຍປິ່ນ​ອ້ອມ 3 ​ໜ້າ​ທີ່ ຄື, ຮັບ​ໃຊ້​​ເສດ​ຖະ​ກິດ​ຕົວ​ຈິງ(Real economy), ປ້ອງ​ກັນ​ຄວາມ​ສ່ຽງ​​ດ້ານການ​ເງິນ​ ແລະ ລົງ​ເລິກ​ການ​ປະ​ຕິ​ຮູບ​ດ້ານ​ການ​ເງິນ, ປະ​ດິດ​ສ້າງ ແລະ ບູລະນະປຸງ​ການ​ດັດ​ສົມ​ການ​ເງິນ​ໃຫ້​ສົມ​ບູນ​ຂຶ້ນ,ປັບປຸງລະ​ບຽບ​ວິ​ສາ​ຫະ​ກິດ​ການ​ເງິນຍຸກປັດຈຸບັນ​ໃຫ້​ສົມ​ບູນ​ຂຶ້ນ, ປັບ​ປຸງ​ລະ​ບົບ​ຕະ​ຫຼາດ​ການ​ເງິນ​ໃຫ້​ສົມ​ບູນ​ຂຶ້ນ, ຊຸກ​ຍູ້ການ​ສ້າງ​ຂອບ​ຕິດ​ຕາມ​ຄຸ້ມຄອງການ​ເງິນຍຸກປັດຈຸບັນ, ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ການ​ພັ​ດ​ທະ​ນາ​ກາ​ນ​ເງິນ, ປັບ​ປຸງ​ການ​ຄຸ້ມຄອງ​ການ​ເງິນ​ຕາມ​ກົດ​ໝາຍ​ໃຫ້​ສົມ​ບູນ​ຂຶ້ນ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານການ​ເງິນ​ແຫ່ງ​ຊາດ, ຊຸກ​ຍູ້​ເສດ​ຖະ​ກິດ ແລະ ການ​ເງິນ​ໃຫ້​ໝູນວຽນ​ເປັນຢ່າງດີ ແລະ ພັດ​ທະ​ນາ​ຢ່າງ​ປອດ​ໃສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ