ນັກ​ທ່ອງ​ທ່ຽວ​ຈີນ​​ສ້າງ​ລາຍ​​ໄດ້​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ໄທ​ກວ່າ 240 ຕື້​ບາດ
2017-07-17 11:29:51  cri 
ກະ​ຊວງ ​ທ່ອງ​ທ່ຽວ​ແລະ​ກິ​ລາ​ໄທ​ເປີດ​ເຜີຍຫຼ້າ​ສຸດ​ວ່າ:6 ເດືອນ​ຕົ້ນ​ປີ​ນີ້, ນັກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ເຂົ້າ​ປະ​ເທດ​ຕົນ​ບັນ​ລຸ​ເຖິງ 17 ລ້ານ 3 ແສນ 3 ໝື່ນ​ເທື່ອ​ຄົນ ອັນ​ໄດ້​ສ້າງ​ລາຍ​ໄດ້​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ໄທ​ເຖິງ 876 ຕື້​ບາດ, ໃນ​ນີ້, ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ປະ​ກອບ​ສ່ວນກວ່າ 27% ຄື​ບັນ​ລຸເຖິງ 241 ຕື້ 200 ລ້ານ​ບາດ.

6 ເດືອນ​ຕົ້ນ​ປີ​ນີ້​,ໄທ​ສ້າງ​ລາຍ​ໄດ້​ຈາກ​ການ​ທ່ອງ​ທ່ຽວ​ເຖິງ 1370 ຕື້​ບາດ ເພີ່ມ​ຂຶ້ນ 6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີຜ່ານ​ມາ.ໃນ​ນີ້, ລາຍ​ໄດ້​ຈາກ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ມີ​ປະ​ມານ 500 ຕື້​ບາດ.

ໃນ​ໄລ​ຍະ​ດຽວ​ກັນ, ນັກ​ທ່ອງ​ທ່ຽວ​ຣັດ​ເຊຍ​ໄດ້​ບໍ​ລິ​ໂພກ​ຢູ່​ໄທ​ເຖິງ 56 ຕື້​ບາດ, ນັກ​ທ່ອງ​ທ່ຽວ​ມາ​ເລ​ເຊຍ 46 ຕື້​ບາດ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ສ້າງ​ລາຍ​ໄດ້​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ໄທຫຼາຍ​ເປັນ​ອັນ​ດັບ 2 ແລະ​ອັນ​ດັບ 3 ​ຖັດຈາກ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ເປັນ​ອັນ​ດັບ 1.

ກ່ອ​ນ​ໜ້າ​ນີ້, ເຈົ້າ​ໜ້າ​ທີ່ການ​ທ່ອງ​ທ່ຽວ​ໄທ​ຢືນ​ຢັນ​ວ່າ: ຈີນ​ໃນ​ຖາ​ນະ​ເປັນ​ຕະຫຼາດ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ປະ​ເທດ​ຕົນຫຼາຍ​ອັນ​ດັບ​ໜຶ່ງ​ນັ້ນ​ຈິ່ງ​ໝັ້ນ​ໃຈ​ວ່າ ປີ​ນີ້, ອາດ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າ​ມາ​ທ່ຽວ​ຫຼາຍກວ່າ 9 ລ້ານ​ເທື່ອ​ຄົນ ​​ແລະ​ຈາກ​ນີ້​ຈິ່ງຄາດ​ວ່າ​ຈະ​ສ້າງ​ລາຍ​ໄດ້​ປະ​ມານ 500 ຕື້​ບາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ