ອີຣານ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ເລີ່ມຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ນິວ​ເຄ​ລຍ
2017-07-17 15:50:53  cri 
ສື່ມວນ​ຊົນ​ອີ​ຣານ​ລາຍ​ງານ​ໃນ​ວັນ​ທີ 15 ກໍ​ລະ​ກົດ​ນີ້​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ອີ​ຣານ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຮ່ວມ​ກັນ​ເປີດ​ໂຄງ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ນິວ​ເຄ​ລຍ.

ໜັງ​ສື​ພິມ Financial Tribune daily ຂອງ​ອີ​ຣານ​ລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ຫຼັງທ່ານ​ອາ​ລີ ອັກ​ບາ ຊາ​ເລ​ຮີ ຫົວ​ໜ້າ​ສູນ​ຄວາມ​ປອດ​ໄພ​ນິວ​ເຄ​ລຍ​ອີ​ຣານ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັ​ບ​ທ່ານ​ໂອ​ລີ​ເວີ ລູ​ອິກ​ສ ຜູ້​ຊີ້​ນຳ​ພະ​ແນກ​ຄວາມ​ປອດ​ໄພ​ນິວ​ເຄ​ລຍ​ສະ​ຫະ​ພາບ​ເອີ​ຣົບກໍ​ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ວ່າ ​ສອງ​ຝ່າຍ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ຄວາມ​ປອດ​ໄພ​ນິວ​ເຄ​ລຍ​ທີ່​ມີ​ມູນ​ຄ່າ​ປະ​ມານ 2 ລ້ານ 8 ແສນ 5 ໝື່ນ​ໂດ​ລາ​ສະ​ຫະ​ລັດ.

ໂຄງ​ການ​ດັ່ງ​ກ່າວ​ເປັນ​ສ່ວນ​ໜຶ່ງ​ຂອງ​​ແຜນໂຄງ​ການ​ຮ່ວມ​ມື​ລ​ວມທີ່ມີ​ມູນ​ຄ່າ 5 ລ້ານ 7 ແສນ​ໂດ​ລາ​ສະ​ຫະ​ລັດ​ທີ່​ອີ​ຣານ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ລົງ​ນາມ​ເມື່ອ​ປີ 2016 ຜ່ານ​ມາ ເພື່ອ​​ຊ່ວຍ​ອີ​ຣານເສີມສ້າງ​ຄວາມ​ສາ​ມາດ​​ຮັກ​ສາ​ຄວາມ​ປອດ​ໄພ​ນິວ​ເຄ​ລຍ​ດ້ານ​ຕ່າງໆ​ໃຫ້​​ເຂັ້ມ​ແຂງ​ຂຶ້ນ ລວມ​ທັງການ​ສ້າງ​ສູນ​ຄວາມ​ປອດ​ໄພ​ນິວ​ເຄ​ລຍ​.

ຕາມ​ສັນ​ຍາ​, ສ​ະ​ຫະ​ພາບ​ເອີ​ຣົບ​ຈະ​ສະ​ໜັບ​ສະ​ໜູນ​ພາກ​ສ່ວນ​ຕິດ​ຕາມກວດ​ກາ​ຄວາມ​ປອດ​ໄພ​ນິວ​ເຄ​ລຍ​ຂອງ​ອີ​ຣານ​ສ້າງ​ຕັ້ງ​ຂອບ​ມາດ​ຕະ​ຖານ​ເຕັກ​ນິກ ທັງ​ສະ​ໜັບ​ສະ​ໜູນເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ຕ່າງໆ​ກ່ຽວ​ກັບ​ເຕັກ​ນິກ​ນິວ​ເຄ​ລຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ