ເກີດ​ແຜ່ນດິນ​ໄຫວຢູ່ເຂດ​ທະ​ເລ​ໃກ້​ອິນ​ໂດ​ເນ​ເຊຍ​ລະດັບ 6,0 ລິກ​ເຕີ
2017-07-17 11:08:06  cri 

ຕອນ​ຄ່ຳ​ວັນ​ທີ 15 ກໍລະກົດ​ນີ້ ຢູ່​ເຂດ​ທະ​ເລ​ໃກ້​ແຂວງ​ໂກ​​ໂຣນ​ຕາ​ໂລ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,0 ລິກ​ເຕີ ​ແລະ​ປັດຈຸບັນ​ຍັງ​ບໍ່​ທັນ​ມີ​ລາຍ​ງານ​ຜູ້​ເສຍ​ຊີວິດ ຫຼື ບາດ​ເຈັບ ​ກໍ​ຄືຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ​ເທື່ອ.

​ເວັບ​ໄຊກົມ​ອຸ​ຕິ​ນິຍົມ, ດິນ​ຟ້າ​ອາກາດ ​ແລະ ຟິຊິກ​ໂລກອິນ​ໂດ​ເນ​ເຊຍ ​ໄດ້​ລາຍ​ງານ​ຂ່າວວ່າ​ແຜ່ນດິນ​​ໄຫວ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ 20:12 ​ໂມງ ຫຼື 19:12 ​ໂມງ​ຕາມ​ເວລາ​ໃນ​ລາວ ​ເຊິ່ງ​ຈຸດໃຈກາງ​ແຜ່ນດິນ​ໄຫວ​ຢູ່​ເຂດ​ທະ​ເລ​ຫ່າງ​ຈາກ​​ໂກ​ໂຣນຕາ​ໂລ ​ເທດສະບານ​ແຂວງ​ໂກ​ໂຣນຕາ​ໂລປະ​ມານ 116 ກິ​ໂລ​ແມັດ ​ແລະ​ເລິກ​ລົງ​ໄປ​ໃຕ້​ດິນ 100 ກິ​ໂລ​ແມັດ. ຂະນະ​ທີ່​ອົງການ​ຕິດຕາມ​ແຜ່ນດິນ​ໄຫວ​ອິນ​ໂດ​ເນ​ເຊຍ ບໍ່​ໄດ້​ແຈ້ງ​ເຕືອນ​ໄພ​ສຶນາ​ມິ​ຫຼັງ​ເກີດ​ແຜ່ນດິນ​ໄຫວ​ດັ່ງກ່າວ.

ຂ່າ​ວລາຍ​ງານ​ຕື່ມ​ວ່າ: ຜົນ​ການ​ວັດ​ແທກ​ຈາກອົງການສຳຫຼວດທໍລະ​ນີສາດ​ອາ​ເມ​ລິ​ກາປາກົດ​ວ່າ ​ແຜ່ນດິນ​ໄຫວ​ດັ່ງກ່າວ​ມີ​ລະດັບ 5,9 ລິກ​ເຕີ ​ແລະ ຈຸດ​ໃຈກາງ​ແຜ່ນດິນ​ໄຫວ​ເລິກ​ລົງ​ໄປ​ໃຕ້​ດິນ 114,5 ກິ​ໂລ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ