ອິສຣາ​ແອນ​ຈະ​ເປີດ​ສຸ​ເຫຼົ່າອັກ​ຊາ​ຄືນ​ໃໝ່
2017-07-17 11:21:04  cri 

ອິສຣາ​ແອນ​ປະກາດ​ໃນ​ວັນ​ທີ 15 ກໍລະກົດ​ນີ້​ວ່າ ຈະ​ເປີດ​ສຸ​ເຫຼົ່າອັກ​ຊາ​ ພ້ອມ​ທັງ​ພູ​ວັດ(Temple Mount) ຈຸດທີ່​ຕັ້ງຂອງ​ສຸ​ເຫຼົ່າ ຢູ່​ເຂດ​ເມືອງ​ເກົ່າ​ເຢຣູຊາ​​ແລມ ​ແລະ ຈະ​ນຳ​ໃຊ້​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​​​ໃຫ້ເຂັ້ມງວດ​ກວ່າ​ເກົ່າ ຫຼັງ​ເປີດ​ບໍລິການ.

ຕອນ​ຮຸ່ງ​ເຊົ້າວັນ​ທີ 14 ກໍລະກົດ​ນີ້ ຢູ່​ເຂດ​ເມືອງ​ເກົ່າ​ເຢຣູຊາ​​ແລມ ມີ​ຄົນ​ຮ້າຍ 3 ຄົນ​ໄດ້ຍິງ​ປືນ​​ໃສ່​ຕຳຫຼວດອິສຣາແອນ 3 ຄົນ​ຢູ່​ນອກ​​ວັດ​ພູ ​ສົ່ງ​ຜົນ​ເຮັດ​ໃຫ້ຕຳຫຼວດ 2 ຄົນ​ເສຍ​ຊີວິດຫຼັງທົນບາດ​ເຈັບບໍ່​ໄຫວ, ຂະນະ​ທີ່ຜູ້​ກໍ່​ເຫດ​ກໍ​ຖືກ​ເຈົ້າໜ້າ​ທີ່​ຕຳຫຼວດ​ສັງຫານ.

ຫຼັງ​ເກີດ​ເຫດ, ອິສຣາ​ແອນ​ກໍໄດ້​ປິດ​ລ້ອມສຸ​ເຫຼົ່າອັກ​ຊາ ​ແລະ ຫ້າມ​ບໍ່​ໃຫ້​ຊາວ​ມຸສລິ​ມ​ເຂົ້າ​ໄປປະກອບ​ພິທີ ​ແລະ​ໃນ​ເວລາຕໍ່​ມາ ທ່ານ​ອິກ​ເລ​ມາ ຊາບຣີ ຜູ້ນຳ​ສາສະໜາ​ມຸສລິ​ມ​ເຢຣູຊາ​​ແລມ ​ໄດ້​ປະນາມ​ອິສຣາ​ແອນ​ທີ່​ປິດ​ສຸ​ເຫຼົ່າດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ