6 ​ເດືອນ​ຕົ້ນປີ​ນີ້ ​ເສດຖະກິດ​ຈີນ​ເຕີບ​ໂຕ 6,9%
2017-07-17 16:28:59  cri 

ອົງການ​ສະຖິຕິ​ແຫ່ງ​ຊາດ​ຈີນ ​​ເປີດ​ເຜີຍ​ໃນ​ວັນ​ທີ 17 ກໍລະກົດ​ນີ້​ວ່າ: ​ຜົນຄິດ​ໄລ່​ໃນ​ເບື້ອງ​ຕົ້ນປາກົດວ່າ 6​ ເດືອນຕົ້ນປີ​ນີ້, ຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫຼື GDP ປະ​ເທດ​ຕົນ​ເຕີບ​ໂຕ 38.149 ຕື້​ຢວນ ​ເພີ່ມ​ຂຶ້ນ 6,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ໃນ​ນັ້ນ, ​ໄຕ​ມາດ​ທີ 1 ​ແລະ ທີ 2 ລ້ວນ​ແຕ່​ເຕີບ​ໂຕ 6,9% ​​ເຊັ່ນ​ດຽວກັນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ຖ້າ​ແບ່ງ​ຕາມ​ອຸດສາຫະກຳ​ແລ້ວ, ມູນ​ຄ່າ​​ເພີ່ມ​ຂອງຂະ​ແໜງ​ການກະສິກຳເຕີບ​ໂຕ 3,5% ອຸດສາຫະກຳເຕີບ​ໂຕ 6,4% ​ແລະ​ຂະ​ແໜງ​ການ​ບໍລິການ ​ເຕີບ​ໂຕ 7,7%.

ທ່ານ​ສິງ​ຈື້ຫົງ ​ໂຄສົກ​ອົງການສະຖິຕິ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ: ​ເສດຖະກິດ​ປະ​ເທດ​ຕົນ​ໄດ້ຮັກສາ​ຢູ່​ໃນ​ລະດັບທີ່​ສົມ​ເຫດ​ສົມ​ຜົນ, ​ພັດທະນາ​ໄປ​ໃນ​ທາງ​ທີ່​ດີ​ທ່າມກາງ​ສະພາບ​ຄວາມ​ໝັ້ນທ່ຽງ​ດ້ວຍທ່າ​ອ່ຽງທີ່​ຈະ​ແຈ້ງ ​ແລະ​ຢູ່​ໃນສະພາບທີ່​ເຕີບ​ໂຕ​ຢ່າງ​ໝັ້ນທ່ຽງ, ການ​ປະກອບ​ອາຊີບ​ດີ​ຂຶ້ນ, ລາຄາສິນຄ້າໝັ້ນທ່ຽງ, ລາຍ​ຮັບ​ເພີ່ມ​ຂຶ້ນ ​ແລະ ​ໂຄງ​ສ້າງ​ເສດຖະກິດກໍ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ຂະນະ​ທີ່ຄວາມ​ໝັ້ນທ່ຽງ, ການ​ປະສານ​ສົມທົບ ​ແລະ ຄວາມ​ຍືນ​ຍົງ ​ໃນການ​ພັດທະນາ​ເສດຖະກິດ ກໍ​ເພີ່ມ​ທະວີ​ດີຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ