ມະຫາວິທະຍາ​ໄລ​ຈີ້​ໜານ​ລະນຶກ​ວັນຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກໍ​ຄືຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຄົບຮອບ 90 ປີ
2017-07-17 16:31:21  cri 

​ແຕ່​ວັນ​ທີ 15 ຫາ​ວັນ​ທີ 16 ກໍລະກົດ​ນີ້, ຄະນະ​ການ​ພົວພັນ​ສາກົນກໍ​ຄື​ສະ​ຖາ​ບັນ​ຄົ້ນຄວ້າ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ ມະຫາວິທະຍາ​ໄລ​ຈີ້​ໜານ​ກວາງ​ໂຈ່​ວປະ​ເທດ​ຈີນ ​ໄດ້ຈັດ​ກອງ​ປະຊຸມ​ວິຊາ​ການ​ສາກົນ​ເພື່ອ​ລະນຶກ​ວັນຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກໍ​ຄື​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຄົບຮອບ 90 ປີ ​ໂດຍ​ຜູ້​ແທນ​ຈາກອົງການ​ກິດຈະການ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຂອງ​ຈີນ ພ້ອມ​ດ້ວຍອົງການ​ ​ແລະ ​ໂຮງຮຽນ​ຊັ້ນສູງ​ທີ່ສຶກສາຄົ້ນຄວ້າ​ວິຊາ​ການ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ ກໍ​ຄື ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ 180 ທ່ານ​ເຂົ້າຮ່ວມ.

ກອງ​ປະຊຸມ​ວິຊາ​ການ​ດັ່ງກ່າວ, ນອກຈາກ​ໄດ້​ແ​ບ່ງຈຸ​ຄົ້ນຄວ້າ​ແລ້ວ ຍັງ​ໄດ້​ຈັດ​ເວທີ​ປຶກສາ​ຫາລື​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ ​ແລະ​ເວທີ​ປຶກສາ​ຫາລື​ການລະນຶກວັນສ້າງຕັ້ງອາ​ຊຽນຄົບຮອບ 50 ປີ​ອີກ ​ໂດຍ​ເຂົ້າຮ່ວມ​​ໃນເວທີ​ປຶກສາ​ຫາລື​ອາ​ຊຽນດັ່ງກ່າວ​ມີ​ຫົວໜ້າ​ແລະ​ຮອງ​ຫົວໜ້າ​ກົງສຸນ​ໃຫຍ່ 13 ທ່ານ​ຈາກ​ 8 ສະຖານ​ກົງສຸນ​ໃຫຍ່ຕ່າງປະ​ເທດ​ປະຈຳ​ເມືອງ​ກວາງ​ໂຈ່​ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ