ອັງກິດ​ຢືນຢັນ​ໄດ້​ພິຈາລະນາ​ແຜນ​ການຕ່າງໆໃນ​ໄລຍະ​ຂ້າມ​ຜ່ານຫຼັງຖອນ​ອອກ​ຈາກ​ອີ​ຢູ
2017-07-17 16:33:12  cri 

ທ່ານ​ຟິລິບ ຮາ​ມົງ ລັດຖະມົນຕີ​ກະຊວງ​ການ​ເງິນ​ອັງກິດ ​ໄດ້​ຢືນຢັນ​ໃນ​ວັນ​ທີ 16 ກໍລະກົດ​ນີ້​ວ່າ: ​ເພື່ອ​ບໍ່ໃຫ້​ເສດຖະກິດ​ປະ​ເທດ​ຕົນ​ຖືກ​ກະທົບ​ຢ່າງ​ໜັກ, ລັດຖະບານ​​ໄດ້​ຮັບ​ຮອງມາດ​ຕະກາ​ນຊົ່ວຄາວ ຫຼັງ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ ຫຼື ອີ​ຢູ​.

ທັງ​ນີ້, ທ່ານ​ຮາມົງ ​ໄດ້​ໃຫ້​ສຳພາ​ດຕໍ່​ສື່​ມວນ​ຊົນ​ອັງກິດ​ວ່າ: ການ​ໃຊ້​ມາດ​ຕະການ​ຊົ່ວ​ຄາວ​ກໍ​ຄື​ຮູບ​ການ​​ພໍດີ​ແລະ​ສົມ​ເຫດ​ສົມ​ຜົນ​ເພື່ອຫຼຸດຜ່ອນ​ຜົນ​ກະທົບ​ທີ່​ມີ​ຕໍ່ເສດຖະກິດ​ປະ​ເທດ​ຕົນ​ຈາກ​ການ​ຖອນ​ອອກ​ຈາກ​ອີ​ຢູ. ​ເນື່ອງ​ຈາກ​ຜົນ​ສະທ້ອນ​ອັນ​ບໍ່​ແນ່ນອນ​ທີ່​ເກີດ​ຈາກ​ການ​ຖອນ​ອອກ​ຈາກ​ອີ​ຢູ, ຈະ​ລະງັບການ​ລົງທຶນ​ຢູ່​ພາຍ​ໃນ​ປະ​ເທດຂອງວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​. ຂະນະ​ທີ່​ສະຫະພັນ​ອຸດສາຫະກຳ​ອັງກິດກໍໄດ້​ດຳ​ເນີນ​ການ​ສຳຫຼວດ​ເທື່ອ​ໜຶ່ງ ໂດຍ​ປາກົດ​ວ່າ ບໍລິສັດ​ພາຍ​ໃນ​ປະ​ເທດ 42% ​ເຫັນ​ວ່າ, ການ​ຖອນ​ອອກ​ຈາກ​ອີ​ຢູ​ ໄດ້​ກະທົບ​ເຖິງ​ແຜນການ​ລົງທຶນ​ຂອງ​ຕົນ. ດ້ວຍ​ເຫດ​ນີ້, ອົງການ​ດັ່ງກ່າວ​ຈຶ່ງ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​​ຈົ່ງ​ສ້າງສັນ​ຍາ​ການ​ຄ້າ​ລະຫວ່າງ​ອັງກິດ​ແລະ​ອີ​ຢູສະບັບ​ໃໝ່​ຂຶ້ນໂດຍ​ໄວ.

ຂ່າວລາຍ​ງານ​ຕື່ມ​ວ່າ: ວັນ​ທີ 17 ກໍລະກົດ​ນີ້, ທ່ານ​ດາ​ວິດ ດາ​ວິສ ລັດຖະມົນຕີ​ກິດຈະການ​ອັງກິດ​ຖອນ​ອອກ​ຈາກ​ອີ​ຢູ ຈະ​ເດີນທາງ​ເຖິງ​ນະຄອນຫຼວງ​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ ​ເພື່ອ​ເຈລະຈາ​ຮອບ​ໃໝ່​ກັບ​ເຈົ້າໜ້າ​ທີ່​ອີ​ຢູກ່ຽວ​ກັບ​ການ​ຖອນ​ອອກ​ຈາກ​ອີ​ຢູຂອງ​ອັງກິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ