ຜູ້​ໂດຍ​ສານ​ເສ​ຍ​ຊີ​ວິດ 27 ຄົນ​ແລະ 54 ຄົນ​ຫາຍ​ສາບ​ສູນ​ຫຼັງ​ເຮືອ​ຫຼົ້ມ
2017-07-17 14:23:28  cri 
ເຈົ້າ​ໜ້າ​ທີ່​ກົງ​ໂກ(ກິນ​ຊາ​ຊາ)ຢັ້ງ​ຢືນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ວ່າ: ໄດ້​ເກີດ​ເຮືອ​ຫຼົ້ມ​ຢູ່​ເຂດ​ແມ່​ນ້ຳ​ກາ​ໄຊ​ແຂວງ​ກູຍ​ລູ​ປະ​ເທດ​ຕົນ​ໃນ​ຕອນ​ຄ່ຳ​ວັນ​ທີ 13 ກໍ​ລະ​ກົດ​ນີ້, ຂະ​ນະ​ທີ່​ເຮືອ​ໂດຍ​ສານ​ລຳ​ໜຶ່ງ​ບັນ​ທຸກ​ຜູ້​ໂດຍ​ສານ​ກັບ​ຄືນ​ມາ​ແຂວງ​ກາ​ໄຊ​ກາງ​ຕາມ​ແມ່​ນ້ຳ​ກາ​ໄຊ ຫຼັງ​ໄປ​ເຖິງ​ແຂວງ​ກາ​ໄຊ​ແລະ​ອຸ​ບັດ​ເຫດ​ດັ່ງ​ກ່າວ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ຜູ້​ໂດຍ​ສານ​ເສຍ​ຊີ​ວິດ 27 ຄົນ ແລະ 54 ຄົນ​ຫາຍ​ສາບ​ສູນ ເຊິ່ງ​ຜູ້​ເສຍ​ຊີ​ວິດ​ສ່ວນ​ຫຼາຍ​ເປັນ​ນັກ​ຮຽນ. ສ່ວນ​ຜູ້​ຫາຍ​ສາບ​ສູນ​ນັ້ນ, ເຈົ້າ​ໜ້າ​ທີ່​ໄດ້​ສືບ​ຕໍ່​ດຳ​ເນີນ​ການ​ຄົ້ນ​ຫາ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ສູງ.

ຂ່າວ​ແຈ້ງວ່າ: ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ເກີດ​ອຸ​ບັດ​ເຫດ​ດັ່ງ​ກ່າວ​ຄື​ບັນ​ທຸກເກີນນ້ຳ​ໜັກ​ແລະ​ຜູ້​ຂັບ​ເຮືອ​ຢູ່​ໃນ​ອາ​ການ​ເມົາ​ເຫຼົ້າ.

​ປະ​ເທດ​ກົງ​ໂກ(ກິນ​ຊາ​ຊາ)ມີ​ແມ່​ນ້ຳ​ແລະ​ໜອງ​ຫຼາ​ຍ​ແຫ່ງ ເຊິ່ງການ​ຂີ່​ເຮືອ​ແມ່ນ​ເສັ້ນທາງທີ່​ສຳ​ຄັນ​ໜຶ່ງ​ຂອງ​ປະ​ຊາ​ຊົນ​ແລະ​ເນື່ອງ​ຈາກເຮືອ​ເກົ່າ​ແລະ​ນ້ຳ​ໜັກ​ບັນ​ທຸກ​ເກີນແລະ​​ອື່ນໆ ຈຶ່ງເກີດ​ອຸ​ບັດ​ເຫດ​ເຮືອ​ຫຼົ້ມມາ​ໂດຍ​ຕະ​ຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ