ພົບ​ເງິນ​ສົດ 3 ໝື່ນຢວນ​ຫຼັງນ້ຳ​ຖ້ວມ​ຢູ່​ເມືອງ​ໂຢງ​ຈີ​ແຂວງ​ຈີ​ລິນ​
2017-07-17 16:58:33  cri 


ຕອນ​ເຊົ້າ​ວັນ​ທີ 16 ກໍ​ລະ​ກົດ​ນີ້, ທະ​ຫານ​ທີ່​ປະ​ຈຳ​ຢູ່​ແຂວງ​ຈີ​ລິນ​ 600 ກວ່າ​ຄົນ​ໄດ້​ເດີນ​ທາງ​ໄປ​ບ້ານ​ໂຂວ​ຊຽນ​ເມືອງ​ໂຢງ​ຈີ​ແຂວງ​ຈີ​ລິນ​​ເພື່ອ​ອະ​ນາ​ໄມ. ຂະ​ນະ​ທີ່​ທ້າວ ຢາວ​ຈິ່ນ​ເຮ້ວ ຫົວ​ໜ້າກອງ​ຮ້ອຍ​ໄດ້​ພົບ​ເງິນ​ສົດຢູ່​ຫໍ່​ເຈ້ຍ​ຫໍ່​ໜຶ່ງ​ທີ່​ແຕກ​ແລະ​ເງິນ​ກໍ​ມີ​ແຕ່​ຂີ້​ຕົມ. ຈາກ​ການ​ຊ່ວຍ​ເຫຼືອ​ຂອງ​ປະ​ຊາ​ຊົ​ນ​ທ້ອງ​ຖິ່ນ, ບັນ​ດາ​ທະ​ຫານ​ໄດ້​ລ້າງ​ເງິນ​ສົດ​​ໃຫ້​ສະ​ອາດ,ຕາກ​ແດດ​ແລະ​ນັບ ເຊິ່ງ​ມີ​ເຖິງ 3 ໝື່ນກວ່າ​ຢວນ. ຫຼັງ​ຈາກ​ນັ້ນ​ກໍ​ໄດ້​ສົ່ງ​ເງິນ​ຈຳ​ນວນ​ນີ້​ໃຫ້​ກອງ​ບັນ​ຊາ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ​ຢູ່​ທ້ອງ​ຖິ່ນ​ທັງ​​ໝົດແລ້ວ.
1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ