ຊາວ​ອາ​ເມ​ລິ​ກາ​ຖືກ​ສານ​ອີ​ຣານ​ຕັດ​ສິນ​ຕິດ​ຄຸກ 10 ປີ ຍ້ອນ​ຖືກ​ສົງ​ໄສ​ເປັນ​ສາຍສືບ
2017-07-17 10:09:09  cri 
ໂຄ​ສົກ​ອົງ​ການ​ຕຸ​ລາ​ການ​ອີ​ຣານ​ຢືນ​ຢັນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້​ວ່າ, ​ຊາວ​ອາ​ເມ​ລິ​ກາ​ຄົນ​ໜຶ່ງໄດ້​ຖືກ​ຕັດ​ສິນ​ຕິດ​ຄຸກ 10 ປີ ຍ້ອນ​ຖືກ​ສົງ​ໄສ​ເປັນ​​ສາບ​ສືບ.

ທ່ານ​ໂມ​ເຊ​ນີ ເອ​ເຮ​ເອ ໂຄ​ສົກ​ອົງ​ການ​ຕຸ​ລາ​ການ​ອີ​ຣານ​​ໄດ້ອອກ​ມາປະ​ກາດ​ຂ່າວ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ໃນ​ມື້​ດັ່ງ​ກ່າວ​ວ່າ, ​ຜູ້​ກ່ຽວໄດ້​ຮັບ​ຄຳ​ສັ່ງ​ໂດຍ​ກົງ​ຈາກ​ອາ​ເມ​ລິ​ໃຫ້​ເກັບ​ກຳ​ຂ່າວ​ລັບ ແລະ​ຈາກຫຼັກ​ຖານ​ທີ່​ມີ, ສານ​​ຈິ່ງ​ໄດ້ຕັດ​ສິນ​ຕິດ​ຄຸກ 10 ປີ, ແຕ່​ກໍ​ຍັງ​ມີ​ສິດ​​ອຸ​ທອນ.
ທ່ານ​ໂມ​ເຊ​ນີ​ບໍ່​ໄດ້​ເປີດ​ເຜີຍ​ຊື່ຂອງ​​ຜູ້​ກ່ຽວ ແລະ​ເວ​ລາ​ຕັດ​ສິນ, ມີ​ແຕ່​ເວົ້າ​ວ່າ​​ຜູ້​ກ່ຽວເປັນ​ພົນ​ລະ​ເມືອງ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ.

ນັ​ບ​ແຕ່​ປີ​ຜ່ານ​ມາ​, ມີຊາວ​ອາ​ເມ​ລິ​ກາ, ອັງ​ກິດ, ກາ​ນາ​ດາ, ​ໂອ​ຕ​ຣິ​ສ​ ແລະ​ຝ​ຣັ່ງຫຼາຍ​ຄົນ​ຖືກ​ຈັບ​ຢູ່​ອີ​ຣານ ແລະ​ຖືກ​ກ່າວ​ຟ້ອງວ່າ​ເປັນ​ສາຍ​ສືບ ຫຼື​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກຕໍ່​ປະ​ເທ​ດ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ