ຈີນ​ແກ້​ໄຂຄະ​ດີ​ຫຼອກ​ຄ້າ​ຂາຍແມ່​ຍິງ​ຫວຽດ​ນາມ
2017-07-17 11:04:04  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ ປກ​ສ ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 14 ກໍ​ລະ​ກົດ​ນີ້​ວ່າ, ເມື່ອ​ມໍ່ໆ​ມາ​ນີ້, ກະ​ຊວງຕົນ​ໄດ້ມອບ​ໝາຍ​ໃຫ້​ກອງ​ບັນ​ຊາ​ການ ປກ​ສ ແຂວງ​ຫູ​ໜານ​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ປາບ​ຂະ​ບວນ​ການຫຼອກຂາຍ​ແມ່​ຍິງ​ສັນ​ຊາດ​ຫວຽດ​ນາມ ແລະ​ກໍ​ສາ​ມາດຊ່ວຍ​ພວກ​ເຂົາ​ໄດ້ 25 ຄົນ, ຂະ​ນະ​ດ​ຽວ​ກັນ​ກໍ​ສາ​ມາດຈັບ​ຜູ້​ຕ້ອງ​ຫາ​ໄດ້ 30 ຄົນ ​ໃນ​ນີ້​ເປັນ​ຜູ້​ຕ້ອງ​ຫາ​​ນາຍ​ໜ້າ​ຊື້ 13 ຄົນ, ແກ້​ໄຂ​ຄະ​ດີ​ຫຼອກ​ຂາຍ​ແມ່​ຍິງ 20 ຄະ​ດີ ແລະ​ທຳ​ລາຍ​ຂະ​ບວນ​ການຫຼອກ​ຂາຍ​ແມ່​ຍິງ​ຈາກ​ຊາຍ​ແດນ​ຫວຽດ​ນາມ-ຈີນ, ຜ່ານ​ເມືອງ​ເຫີ​ໂຂ​ແຂວງ​ຢຸນ​ນານ​ໄປ​ຫາ​ເມືອງ​ຊິ່ນ​ຮ​ວ້າ​ແຂວງ​ຫູ​ໜານ.

ເຈົ້າ​ໜ້າ​ທີ່​ກົມ​ສືບ​ສວນ​​ຄະ​ດີອາ​ຍາ​ກະ​ຊວງ​ດັ່ງ​ກ່າວ​ກ່າວ​ວ່າ, ຫຼາຍ​ປີ​ມໍ່ໆ​ມາ​ນີ້, ກະ​ຊວງ​ຕົນ​ໄດ້​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ປາບ​ປາມ​ຂະ​ບວນ​ການ​ຄ້າ​ຂາຍ​ມະ​ນຸດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ສ້າງ​ລະ​ບຽບ​ການ​ພິ​ເສດ​ສຳ​ລັບ​ຄະ​ດີລັກ​ສະ​ນະ​ນີ້, ​ຈັບ​ຜູ້​ຕ້ອງ​ຫາ​ຄ້າ​ຂາຍ​ມະ​ນຸດ​ໄດ້ຫຼາຍ​ຄົນ ແລະ​​ຊ່ວຍ​ເຫຼືອ​ແມ່​ຍິງ​ແລະ​ເດັກ​ນ້ອຍ​ທີ່​ຖືກຫຼອກຂາຍຫຼາຍ​ຄົນ. ​ຄະ​ດີຫຼອກ​ຂາຍ​ແມ່​ຍິງ​ຫວຽດ​ນາມ​ດັ່ງ​ກ່າວ, ນອກ​ຈາກ​ລະ​ເມີດ​ກົດ​ໝາຍ​ອາ​ຍາ​ຈີນ​ແລ້ວ, ຍັງ​ພົວ​ພັນ​ເຖິງ​ການ​ທູດ, ຄວາມ​ໝັ້ນ​ຄົງ​​ຢູ່ເຂດ​ຊາຍ​ແດນ, ຮີດ​ຄອງ​ປ​ະ​ເພ​ນີ ແລະ​ອື່ນໆ ເຊິ່ງກະ​ຊວງ​ຕົນ​ຈະ​ສືບ​ຕໍ່​ປາບ​ປາມ​ຂະ​ບວນ​ການ​​ນີ້​ຢ່າງ​ເຂັ້ມ​ງວດ ເພື່ອບໍ່​ໃຫ້​ເກີດ​ມີ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ