ຫົກ​ເດືອນ​ຕົ້ນ​ປີ​ນີ້ ປະ​ຊາ​ຊົນຈີນ​ມີ​ລາຍ​ຮັບ​ສູງກວ່າ​ຈັງ​ຫວະ​ເຕີບ​ໂຕ​ຂອງ GDP
2017-07-17 16:14:50  cri 
​ອົງ​ການ​ສະ​ຖິ​ຕິ​ແຫ່ງຊາດຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້​ວ່າ, ລາຍ​ຮັບ​ທີ່​​ໃຊ້​ຈ່າຍ​ໄດ້​ຕໍ່​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ຫົກ​ເດືອນ​ຕົ້ນ​ປີ​ນີ້​ສະ​ເລ່ຍ​ມີ​ເຖິງ 12932 ຢວນ ເພີ່ມ​ຂຶ້ນ 8,8% ທັງ​ເພີ່ມ​ຂຶ້ນ 7,3% ຫຼັງ​ຫັກ​ປັດ​ໄຈ​ລາ​ຄາ​ ແລະ​ສູງກວ່າ​ຈັງ​ຫວະ​ເຕີບ​ໂຕຂອງ GDP ຄື 6,9% ເຖິງ 0,4% ເຊິ່ງ​ເປັນ​ເທື່ອ​ທີ​ສອງ ​ຖັດ​ຈາກ​ໄຕ​ມາດ​ທຳ​ອິດ​ປີ​ນີ້.

​ອົງ​ການ​ດັ່ງ​ກ່າວ​ຍັງ​ຊີ້​ໃຫ້​ເຫັນ​ວ່າ, ລາຍ​ຮັບ​ທີ່ໃຊ້ຈ່າຍ​ໄດ້​​ຕໍ່​ຫົວ​ຄົນ​ຂອງ​ປະ​ຊາ​ຊົນ​ໃນ​ເມືອງ​ໃນ​ຫົກ​ເດືອນ​ຕົ້ນ​ປີ​ນີ້​​ສະ​ເລ່ຍມີ​ເຖິງ 18322 ຢວນ ເພີ່ມ​ຂຶ້ນ 6,5% ຫຼັງ​ຫັກ​ຈາກ​ປັດ​ໄຈ​ລາ​ຄາ​. ຂະ​ນະ​ທີ່ປະ​ຊາ​ຊົນ​​​ຢູ່ຊົນ​ນະ​ບົດ​ກໍ​ມີ​ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນເຖິງ 6562 ຢວນ. ​ເພີ່ມ​ຂຶ້ນ 7,4% ຫຼັງ​ຫັກ​ຈາກ​ປັດ​ໄຈ​ລາ​ຄາ​. ​ສ່ວນລາຍ​ຮັບ​ສະ​ເລ່ຍ​​ລະ​ຫວ່າງ​ປະ​ຊາ​ຊົນຕົວ​ເມືອງທີ່​ລື່ນ​ປະ​ຊາ​ຊົນ​ຊົນ​ນະ​ບົດ 2,79 ເທົ່າ​ນັ້ນ,  ຄວາມ​ແຕກ​ໂຕນ​ກັນ​ກໍ​ໄດ້ຫຼຸດ​ລົງ 0,05%.

​ອົງ​ການ​ດັ່ງ​ກ່າວ​ຍັງ​ຍົກ​ໃຫ້​ເຫັນອີກ​ວ່າ, ລາຍ​ຈ່າຍ​ບໍ​ລິ​ໂພກ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໃນ​ທົ່ວ​ປະ​ເທດ​ຈີນ​ໃນ​ຫົກ​ເດືອນ​ຕົ້ນ​ປີ​ນີ້​ມີ​ເຖິງ 8834 ຢວນ ເພີ່ມ​ຂຶ້ນ 7,6% ແລະຫຼັງ​ຫັກ​ປັດ​ໄຈ​ລາ​ຄາ​ອອກ​ແລ້ວd=​ເພີ່ມ​ຂຶ້ນ 6,1%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ