"ຮ້ານ​ຂາຍ​ນ້ຳ​ກ້ອນ"​ຢູ່​ນະ​ຄອນ​ຈິ່ງ​ກິ່ງ​
2017-07-18 16:27:32  cri 

ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ ສ​ປ ຈີນ​ໄດ້​ເປີດ​ຮ້ານ​ຂາຍ​ເຫຼົ້າ​ນ້ອຍ​ແຫ່ງ​ໜຶ່ງ​ທີ່​ກໍ່​ສ້າງ​ດ້ວຍ​ນ້ຳ​ກ້ອນໃນ​ຄືນ​ວັນ​ທີ 17 ກໍ​ລະ​ກົດ​ນີ້ ເຊິ່ງ​ໄດ້​ດຶງ​ດູດ​ຊາວ​ເມືອງ​​ເປັນຈຳ​ນວນຫຼາຍ. ​ໃນ​ຮ້ານ​ຂາຍ​ເຫຼົ້ານ້ຳ​ກ້ອນ​ແຫ່ງ​ນີ້​ໄດ້​ຮັກ​ສາ​ອຸນ​ຫະ​ພູມລະ​ຫວ່າງ -6ຫາ-10ອົງ​ສາ, ຂະ​ນະ​ທີ່ນອກ​ຮ້ານ​ອຸນ​ຫະພູມ​ສູງ​ເກືອບ 40 ອົງ​ສາ​ປຽບ​ເໝືອນໂລກ​ສອງ​ຂົ້ວ​ທີ່​ແຕກ​ຕ່າງ​ກັນເລີຍ, ເຟີ​ນິ​ເຈີ​ຕ່າງໆ​ໃນ​​ຮ້ານ​ເປັນ​ຕົ້ນ ຕັ່ງ,ຄາວ​ເຕີ,ຖ້ານເຫຼົ້າ​ແລະ​ອື່ນໆ​ລ້ວນ​ແຕ່​ຜະ​ລິດ​ດ້ວຍ​ນ້ຳ​ກ້ອນ100% ທັງແກະ​ສະຫຼັກນ້ຳ​ກ້ອນ​​ໃຫ້​ເປັນ​ຮູບ​ຕ່າງໆ​ ອັນ​ເຮັດ​ໃຫ້​ທົ່ວ​​ຮ້ານ​ມີ​ເງົາໃສ​ແລະ​ເຕັມ​ໄປ​​ດ້ວຍຫຼາຍ​ສີ​ສັນ.

1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ