ເລີ່​ມ​ເປີດ​ບໍລິການລະບົບ​ລົດ​ໄຟ​ໃຕ້​ດິນນະຄອນຫຼວງກົວ​ລາ​ລຳ​ເປີ
2017-07-18 16:34:55  cri 

ລະບົບລົດ​ໄຟ​ໃຕ້​ດິນສາຍ​ທຳ​ອິດ​ໃນ​ຕົວ​ເມືອງ​ນະຄອນຫຼວງກົວ​ລາ​ລຳ​ເປີ ຫຼື KVMRT ​​ປະ​ເທດ​ມາ​ເລ​ເຊຍ ທີ່​ຍາວ 51 ກິ​ໂລ​ແມັດ ​ແລະ ລົງທຶນ​ເຖິງ 21 ຕື້ຣິງກິດ ​ໄດ້​ເລີ່​ມ​ເປີດບໍລິການ​ແລ້ວ​ໃນ​ວັນ​ທີ 17 ກໍລະກົດ​ນີ້, ຂະນະ​ທີ່​ທ່ານ​ນາ​ຈິບ ຕຸ​ນ ຣາຊັກ ນາຍົກລັດຖະມົນຕີມາ​ເລ​ເຊຍ ​ໄດ້​ກ່າວ​ໃນ​ພິທີ​ວ່າ ລະບົບ​ການ​ຄົມມະນາຄົມ​ດັ່ງກ່າວ​ມີ​ລະດັບ​ກ້າວໜ້າ​ໃນ​ໂລກ.

ລະບົບ​ລົດ​ໄຟ​ໃຕ້​ດິນ​ໃນ​ຕົວ​ເມືອງ​ກົວ​ລາ​ລຳ​ເປີ ມີ 31 ສະຖານີ ​ໃນ​ນີ້ 7 ສະຖານີຢູ່​ເຂດ​ໃຈກາງ​ເມືອງ​ໄດ້​ສ້າງ​ຢູ່​ໃຕ້​ດິນ ​ແລະ ອີກ 24 ສະຖານີ​ເປັນ​ສະຖານີ​ລອຍ​ຟ້າ.

ກ່ອນ​ໜ້າ​ນີ້, ການ​ຄົມມະນາຄົມ​ຂົນ​ສົ່ງ​ລະບົບ​ລາງ​ລົດ​ໄຟຢູ່​ນະຄອນຫຼວງກົວ​ລາ​ລຳ​ເປີມີ​ ​ລົດ​ໄຟທຳ​ມະ​ດາ, ລົດໄຟ​ໃຊ້​ພະລັງງານ​ໄຟຟ້າ, ລົດ​ໄຟ​ລາງ​ດ່ຽວ ​ແລະ ລົດ​ໄຟ​ລອຍ​ຟ້າ ຫຼື LRT ​ແຕ່​ບໍ່​ມີ​ລົດ​ໄຟ​ໃຕ້​ດິນ ຫຼື MRT, ​ແຕ່​ເທື່ອ​ນີ້ KVMRT ​ໄດ້​ເລີ່​ມ​ເປີດ​ບໍລິການ​ຕະຫຼອດສາຍນັ້ນ ເປັນການ​ບັນທຶກ​ປະຫວັດສາດ​ຂອງລະບົບ​ການ​ຄົມມະນາຄົມ​ສາທາລະ​ນະໜ້າ​ໃໝ່​ຂອງ​ປະ​ເທດ​ມາ​ເລ​ເຊຍ​.

​ໂຄງການ KVMRT ​ແມ່ນ​ໜຶ່ງ​ໃນ​ໂຄງການ​ຕ່າງໆ​ທີ່​ສຳຄັນ ທີ່​ນອນ​ຢູ່​ໃນ "​ແຜນການ​ມະຫາ​ນະຄອນ​ກົວ​ລາ​ລຳ​ເປີ" ທີ່​ລັດຖະບານ​ມາ​ເລ​ເຊຍ​ວາງ​ອອກ​ເມື່ອ​ປີ 2010 ​ແລະ​ ເລີ່​ມລົງມື​ກໍ່ສ້າງ​ໃນ​ເດືອນ​ພະຈິກ​ປີ 2011ເພື່ອ​ສົມທົບ​ກັບ​ແຜນການ​ຫັນປ່ຽນ​ໂຄງ​ສ້າງ​ເສດຖະກິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ