ກົມ​ຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ​ຟິລິບ​ປິນຈ້າງ​ຜູ້​ແປ​ພາສາ​ຈີນ​ເພື່ອ​ຊ່ວຍ​ນັກ​ທ່ອງ​ທ່ຽວຈີນ​​ໃນສະໜາມ​ບິນ
2017-07-18 16:36:38  cri 

ສື່​ມວນ​ຊົນ​ຟິລິບ​ປິນລາຍ​ງານ​ວ່າ: ນັບ​ແຕ່​​ເດືອນ​ທັນວາປີ 2016 ​ເປັນຕົ້ນມາ, ກົມ​ຄຸ້ມ​ຄອງ​ຄົນ​ຕ່າງປະ​ເທດ​ເລີ່​ມຈ້າງ​ຜູ້​​ແປ​ພາສາ​ຈີນ ​ເພື່ອ​ແກ້​ໄຂ​ບັນຫາ​ພາສາ​ຂະນະ​ທີ່​ເຈົ້າໜ້າ​ທີ່​ສອບ​ຖາມ​ນັກ​ທ່ອງ​ທ່ຽວ​ຈີນຢູ່​ສະໜາມ​ບິນ ​​ເຊິ່ງກໍ​ໄດ້​ຮັບ​ຜົນ​​ດີ ​ໂດຍ​ເຫັນ​ໄດ້​ຈາກການ​ປະຕິ​ເສດພົນລະ​ເມືອງ​ຈີນ​ບໍ່​ໃຫ້​ເຂົ້າ​ເມືອງ​ຢູ່​ສະໜາມ​ບິນ​ມະນີ​ລາ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ມິຖຸນາ​ປີ​ນີ້ ​ໄດ້ຫຼຸດໜ້ອຍ​ລົງ​ກວ່າ 20% ເມື່ອ​ທຽບ​ໃສ່ 6 ​ເດືອນ​ທ້າຍ​ປີຜ່ານມາ.

ນັບ​ແຕ່​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ຂຶ້ນດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຟິລິບ​ປິນ​ເປັນຕົ້ນມາ, ທ່ານ​ໄດ້​ຕັ້ງໜ້າ​ຊຸກຍູ້​ການ​ພົວພັນ​ທາງ​ການ​ຄ້າ​ກັບ​ຈີນ, ລັດຖະບານ​ສອງ​ປະ​ເທດ​ກໍ​ຮ່ວມ​ມື​ເພື່ອ​ຊຸກຍູ້​ຕະຫຼາດນັກ​ທ່ອງ​ທ່ຽວ​ສອງ​ຝ່າຍ. ຂະນະ​ທີ່​ຂະ​ແໜງ​ການທ່ອງທ່ຽວ​ຟິລິບ​ປິນ​ໄດ້​ເປີດ​ເຜີຍ​ວ່າ ນັບ​ແຕ່​ເດືອນ​ມິຖຸນາ​ປີ 2016 ​ເປັນຕົ້ນມາ, ນັກ​ທ່ອງ​ທ່ຽວ​ຈີນ​​ເຂົ້າທ່ອງ​ທ່ຽວ​ປະ​ເທດ​ຕົນ​ໄດ້​ກວມ​ເອົາ​ 36,3% ຂອງນັກ​ທ່ອງ​ທ່ຽວ​ສາກົນ​ ແລະ ຈີນ​ໄດ້ກາຍ​ເປັນ​ໜຶ່ງ​ໃນບັນດາ​ຕະຫຼາດນັກ​ທ່ອງ​ທ່ຽວ​ທີ່​ສຳຄັນ​ຂອງ​ຟິລິບ​ປິນ.

ສື່​ມວນ​ຊົນ​ຟິລິບ​ປິນ ຍັງ​ລາຍ​ງານ​ວ່າ: ປັດຈຸບັນ, ນັກ​ທ່ອງ​ທ່ຽວ​ຈີນ​ເຂົ້າ​ຟິລິບ​ປິນ ​ແລະ ນັກ​ທ່ອງ​ທ່ຽວ​ຟິລິບ​ປິນ​ເຂົ້າ​ຈີນ ​ຕ້ອງ​ໄດ້​ຂໍ​ວີ​ຊາ​ທ່ອງ​ທ່ຽວ​ກ່ອນ, ​ແຕ່ປັດຈຸບັນ ອົງການ​ການ​ຕ່າງປະ​ເທດ ​ແລະ ການທ່ອງທ່ຽວ​ຂອງ​ສອງ​ປະ​ເທດ​ພວມ​ປຶກສາ​ຫາລືຢ່າງ​ລະອຽດ ​ເພື່ອ​ເຮັດ​ໃຫ້​ລະບຽບ​ການ​ເຂົ້າ​ເມືອງ​​ຂອງ​ນັກ​ທ່ອງ​ທ່ຽວແຕ່ລະ​ຝ່າຍກະທັດ​ຮັດ​ງ່າຍ​ຂຶ້ນກວ່າ​ເກົ່າ ຈົນ​ກ້າວ​ໄປ​ສູ່​ການຍົກ​ເວັ້ນວີ​ຊາ​ໃນ​ທີ່ສຸດ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ