ສະພາ​ແຫ່ງ​ຊາດ​ຕວກກີ​ຕົກລົງ​ແກ່ຍາວການ​ປະກາດພາວະ​ສຸກ​ເສີນ​ອີກ 3 ​ເດືອນ
2017-07-18 16:39:45  cri 

ສະພາ​ແຫ່ງ​ຊາດ​ຕວກກີ​ໄດ້​ຮັບຮອງ​ເອົາ​ມະຕິ​ສະບັບ​ໜຶ່ງ​ໃນ​ວັນ​ທີ 17 ກໍລະກົດ​ນີ້ ​ໂດຍ​ຕົກລົງ​ແກ່ຍາວການປະກາດ​ພາວະ​ສຸກ​ເສີນ​​​​ໄປ​ອີກ 3 ​ເດືອນ​ນັບ​ແຕ່​ວັນ​ທີ 19 ກໍລະກົດ​ນີ້​ເປັນຕົ້ນ​ໄປ ​ເຊິ່ງ​ນັບ​ວ່າເປັນ​ຄັ້ງທີ 4 ນັບ​ແຕ່ລັດຖະບານ​ປະກາດ​ພາວະ​ສຸກ​ເສີນຫຼັງ​ເກີດ​ເຫດການ​ລັດຖະປະຫານ​ທີ່ຫຼົ້ມ​ເຫຼວ​​ເມື່ອ​ເດືອນ​ກໍລະກົດ​ປີ 2016 ​ເປັນຕົ້ນມາ.

ນັກວິ​ເຄາະ​ເຫັນ​ວ່າ ການ​ປະກາດ​ພາວະ​ສຸກ​ເສີນ​ເປັນ​ເວລາ​ຍາວ​ນານ ​ໄດ້​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ລັດຖະບານ​ໃນ​ການ​ຄວບ​ຄຸມ​ສະຖານະ​ການ​ການ​ເມືອງ ​ແລະ ​ເພີ່ມ​ທະວີ​ສິດ​ອຳນາດ​ການ​ບໍລິຫານ. ຂະນະ​ທີ່​​ໜຶ່ງ​ປີຜ່ານມາ, ທົ່ວ​ປະ​ເທດ​ຕວກກີ​ໄດ້​ມີ 5 ໝື່ນ​ກວ່າ​ຄົນ​ຖືກ​ຈັບ ​ແລະ 1 ​ແສນ 1 ໝື່ນ​ກວ່າ​ຄົນ​ຖືກ​ໄລ່​ອອກ​ຈາກ​ວຽກງານ ​ເຊິ່ງຄົນ​ເຫຼົ່ານີ້​ສ່ວນຫຼາຍມາ​ຈາກ​ກອງທັບ, ​ຕຳຫຼວດ, ອົງການ​ຕຸລາການ, ອົງການ​ຂ່າວ​ລັບ ​ແລະ​ໂຮງຮຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ